ຈີນເປີດຂະບວນການສັກວັກຊີນຕ້ານ ໂຄວິດ-19 ໃຫ້ແກ່ປະຊາຊົນ ເພື່ອບັນລຸ 1 ພັນລ້ານເຂັມ

ຈີນເລັ່ງສັກວັກຊີນໃຫ້ແກ່ປະຊາຊົນຫຼາຍກວ່າ 1 ພັນລ້ານເຂັມແລ້ວ, ຕັ້ງເປົ້າສັກວັກຊີນໃຫ້ກຸ່ມເປົ້າໝາຍໃຫ້ໄດ້ 70% ໃນທ້າຍປີນີ້, ຊີ້ວ່າວັກຊີນຊະນິດເຊື້ອຕາຍທີ່ໄດ້ຮັບອະນຸມັດໃຊ້ກໍລະນີສຸກເສີນມີຄວາມປອດໄພ.
ສຳນັກຂ່າວ ຊິນຫົວ ລາຍງານເມື່ອວັນທີ 20 ມິຖຸນານີ້ວ່າ: ຈີນເລັ່ງສັກວັກຊີນປ້ອງກັນໂຄວິດ-19 ໃຫ້ປະຊາຊົນຫຼາຍກວ່າ 1 ພັນລ້ານເຂັມ ເມື່ອນັບເຖິງວັນເສົາທີ 19 ມິຖຸນານີ້ ໂດຍຄະນະກຳມະການສຸຂະພາບແຫ່ງຊາດຈີນເປີດເຜີຍວ່າ ຈີນໃຊ້ເວລາພຽງ 5 ວັນໃນການບັນລຸເປົ້າໝາຍສັກວັກຊີນເພີ່ມອີກ 100 ລ້ານເຂັມເມື່ອມໍ່ໆມານີ້.
ທາງການຈີນເລັ່ງສັກວັກຊີນປ້ອງກັນໂຄວິດ-19 ໃຫ້ແກ່ປະຊາຊົນທົ່ວປະເທດໂດຍບໍ່ໄດ້ເສຍຄ່າຢ່າງຕໍ່ເນື່ອງຕັ້ງແຕ່ເດືອນມີນາ ເປັນຕົ້ນມາ ໂດຍໃຊ້ເວລາ 25 ວັນໃນການເພີ່ມຍອດການສັກວັກຊີນຈາກ 100 ລ້ານເຂັມເປັນ 200 ລ້ານເຂັມ ເປັນ 300 ລ້ານເຂັມ ຈາກນັ້ນໃຊ້ເວລາເພີ່ມພຽງ 6 ວັນໃນການເພີ່ມຍອດສັກຈາກ 800 ລ້ານເຂັມມາເປັນ 900 ລ້ານເຂັມ.

