ທົ່ວໂລກຈະມີວັກຊີນພຽງພໍໃນປີ 2022

ສຳນັກຂ່າວ ຕ່າງປະເທດລາຍງານ ຈາກເມືອງຊູຣິກ ປະເທດສະວິດ, ວັນທີ 23 ເດືອນກັນຍາວ່າ:  ທ່ານສະເຕຟານ ເບັນເຊລປະທານບໍລິສັດ ໂມເດີຣນາ ໃຫ້ສຳພາດພິເສດຕໍ່ໜັງສືພີມນອຍເອນ ຊົວເດີ ໄຊທຸງ ຂອງສະວິດ ກ່ຽວກັບ ການແພ່ລະບາດ ຂອງພະຍາດ ໂຄວິດ-19 ແລະ ຄວາມຄືບໜ້າທາງດ້ານວັກຊິນ, ໂດຍລະບຸວ່າ ໃນໄລຍະ 6 ເດືອນຜ່ານມາ, ບໍລິສັດ ໄດ້ ຫຍາຍຂອບເຂດ ແລະ ຍົກລະດັບ ຄວາມສາມາດ ໃນການຜະລິດວັກຊິນ ປ້ອງກັນໂຄວິດ-19 ພ້ອມກັນນັ້ນ ຍັງຕີລາຄາໄດ້ວ່າ ທົ່ວໂລກຈະມີ ວັກຊິນພຽງພໍ ໃຫ້ແກ່ປະຊາກອນທຸກຄົນໃນໄລຍະກາງປີໜ້າ.

 

ສ່ວນວັກຊີນ ປ້ອງກັນ ໂຄວິດ ເຂັມ 3 ຫລື ບູສເຕີຣ ກໍຈະມີພຽງພໍ ເຊັ່ນກັນ. ນອກຈາກນັ້ນທ່ານສະເຕຟານ ເບັນເຊລຍັງ ກ່າວເຖິງຄວາມຈຳເປັນ ໃນການສັກວັກຊີນ ປ້ອງກັນໂຄວິດ-19 ໃຫ້ແກ່ ກຸ່ມເດັກເກີດໃໝ່, ແລະ ອື່ນໆ.