ຜູ້ນຳຟີລິບປິນຂໍສະພາຂະຫຍາຍເວລາ ກົດໄອຍະການເສິກໄປຮອດທ້າຍປີນີ້

ປະທານາທິບໍດີ ໂຣດຣິໂກ ດູເຕີເຕ ຜູ້ນຳຟີລິບປິນ ຂໍໃຫ້ສະພາອະນຸມັດການຂະຫຍາຍເວລາກົດໄອຍະການເສິກຢູ່ເກາະມິນດາເນົາໄປຮອດທ້າຍປີ 2017 ນີ້ ເພື່ອໃຫ້ກອງທັບປາບປາມກຸ່ມກະບົດອິດສະລາມໃນພື້ນທີ່ພາກໃຕ້.
ທ່ານ ເອຣເນສໂຕ ອາເບວລາ ໂຄສົກປະທານາທິບໍດີ ກ່າວຖະແຫລງໃນວັນທີ 18 ກໍລະກົດນີ້ວ່າ: ຜູ້ນຳຟີລິບປິນຕ້ອງກຳຈັດກຸ່ມກໍ່ການຮ້າຍໃນທ້ອງຖິ່ນ ແລະ ເລື່ອງທີ່ເປັນໄພຄຸກຄາມຕໍ່ສະຫວັດດີພາບ ແລະ ຄວາມປອດໄພຂອງປະຊາຊົນຢູ່ເກາະມິນດາເນົາກ່ອນ. ເກາະມິນດາເນົາເຊິ່ງມີປະຊາກອນ 22 ລ້ານຄົນໄດ້ຜະເຊີນກັບກຸ່ມແບ່ງແຍກດິນແດນ ແລະ ກຸ່ມກະບົດມາຣກມາດົນ ໂດຍຢູ່ໃນປະກາດກົດໄອຍະການເສິກມາແຕ່ວັນທີ 23 ພຶດສະພາ ພາຍຫລັງກຸ່ມກະບົດມາອູເຕ ແລະ ກຸ່ມອາບູໄຊຍາບໄດ້ແນວຄິດຈາກກຸ່ມລັດອິດສະລາມ (IS) ເຂົ້າຍຶດພື້ນທີ່ບາງສ່ວນຂອງເມືອງມາລາວີທາງພາກໃຕ້ ລວມທັງບໍລິເວນໃຈກາງເມືອງ ທ່າມກາງການລະດົມໂຈມຕີທັງທາງອາກາດ ແລະ ປະທະກັນພາກພື້ນດິນຕະຫລອດ 7 ອາທິດ ເຮັດໃຫ້ມີຜູ້ເສຍຊີວິດຫລາຍກວ່າ 500 ຄົນ.

