ຕ້ອນຮັບ World Emoji Day ! Apple ກຽມປ່ອຍອີໂມຈິໃຫມ່ໃຫ້ໃຊ້ພາຍໃນປີນີ້

ເມື່ອວັນທີ 17 ກໍລະກົດນີ້ ເປັນວັນ “World Emoji Day” ສັນຍາລັກສື່ຄວາມຮູ້ສຶກຍອດນິຍົມທີ່ຖືກໃຊ້ທົ່ວໂລກ ​ເຊິ່ງ Apple ເປັນໜຶ່ງໃນຍີ່​ຫໍ້ລະດັບໂລກທີ່ທີອີໂມຈິໃຫ້ເລືອກໃຊ້ ແລະ ພາຍໃນປີນີ້ຜູ້ໃຊ້ iPhone, iPad, Apple Watch ແລະ Mac ຈະມີອີໂມຈິແບບໃຫມ່ໆໃຫ້ເລືອກໃຊ້ຫຼາຍຂຶ້ນ.

Apple ເປີດເຜີຍຜ່ານເວັບໄຊຂອງຕົນເອງວ່າ: ອີໂມຈິແບບໃຫມ່ນັບພັນຮູບແບບຈະພ້ອມໃຊ້​ໃນ iPhone, iPad, Apple Watch ແລະ Mac ​ໄລຍະທ້າຍປີ 2017 ​ເຊິ່ງອີໂມຈິໃຫມ່ຈະຊ່ວຍໃຫ້ຜູ້ໃຊ້ສາມາດສື່ສານ ແລະ ສະແດງຄວາມຮູ້ສຶກດ້ວຍຮູບແບບທີ່ຫຼາກຫຼາຍຂຶ້ນ.

ສໍາລັບອີໂມຈິແບບໃຫມ່ຂອງ Apple ສາມາດເບິ່ງໄດ້ຈາກພາບດ້ານລຸ່ມນີ້.