ມຽນມາ ພວມຜະເຊີນບັນຫາຂາດແຄນເງິນສົດ-ອັດຕາເງິນເຟີ້ເພີ່ມຂຶ້ນ

ສຳນັກ​ຂ່າວ ​ກຽວ​ໂດ ຂອງ​ຍີ່ປຸ່ນ ລາຍ​ງານ ​ໃນ​ວັນ​ທີ 30 ​ພຶດສະພາ​ນີ້​ວ່າ: ມຽນມາ ພວມ​ຜະ​ເຊີນ​ກັບ​ບັນຫາ​ການ​ຂາດ​ແຄນ​ເງິນສົດ ​ລວມທັງ ລາຄາ​ສິນຄ້າ ​ແລະ ບໍລິການທີ່​ເພີ່ມ​ສູງ​ຂຶ້ນ​ພາຍ​​ໃຕ້ການ​ປົກຄອງ​ຂອງ​ລັດຖະບານ​ຊຸດ​ໃໝ່ ລ້າ​ສຸດ ​ປະຊາຊົນພາກັນ​ໄປ​ຖອນ​ເງິນ​ຝາກ​ປະຢັດຈາກ​ທະນາຄານ ​ເນື່ອງ​ຈາກ​​ເກີດ​ຄວາມກັງວົນກ່ຽວ​ກັບຄວາມ​ບໍ່​ໝັ້ນຄົງ​ໃນ​ອະນາຄົດ. ຂະນະ​ທີ່ ລັດຖະບານ ມຽນມາ​ ສັ່ງ​ຈຳກັດ​ປະລິມານເງິນໝູນວຽນ ​ເພື່ອ​ຄວບ​ຄຸມໄພ​ເງິນ​ເຟີ້.