ຜູ້ນຳກຳປູເຈຍລະບຸຈຳນວນ ນັກທ່ອງທ່ຽວຕ່າງປະເທດເພີ່ມຂຶ້ນ 5%

ພະນົມເປັນ 12 ມິຖຸນາ: ນາຍົກລັດຖະມົນຕີ ຮຸນເຊນ ຂອງກຳປູເຈຍ ກ່າວໃນວັນທີ 12 ມິຖຸນານີ້ວ່າ: ຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງເຂົ້າມາທ່ອງທ່ຽວກຳປູເຈຍໃນປີຜ່ານມາເພີ່ມຂຶ້ນ 5% ເຮັດໃຫ້ປີຜ່ານມາມີນັກທ່ອງທ່ຽວຕ່າງປະເທດປະມານ 5 ລ້ານຄົນ ແລະ ສ້າງລາຍຮັບເຂົ້າປະເທດປະມານ 3.000 ລ້ານໂດລາສະຫະລັດ.
ນາຍົກລັດຖະມົນຕີ ຮຸນ ເຊນ ເຊິ່ງປົກຄອງກຳປູເຈຍມາເປັນເວລາຫລາຍກວ່າ 30 ປີ ກ່າວໃນກອງປະຊຸມສາກົນເລື່ອງການ ທ່ອງທ່ຽວຢູ່ເມືອງສຽບລຽບວ່າ: ທ່ານຄາດໝາຍວ່າ: ຈະມີນັກທ່ອງທ່ຽວມາທ່ຽວກຳປູເຈຍໃນປີນີ້ປະມານ 5,5 ລ້ານຄົນ. ທ່ານລະບຸວ່າ: ປັດຈຸບັນນີ້ກຳປູເຈຍກາຍເປັນສະຖານທີ່ທ່ອງທ່ຽວສຳຄັນທີ່ໜ້າສົນໃຈໃນດ້ານວັດທະນະທຳ ແລະ ທຳມະຊາດ ແລະ ທ່ານຄາດ ໝາຍວ່າ: ກຳປູເຈຍຈະຕ້ອນຮັບນັກທ່ອງທ່ຽວ 7 ລ້ານຄົນ ໃນປີ 2020 ເຊິ່ງຈະສ້າງລາຍຮັບເຂົ້າປະເທດ 5.500 ລ້ານໂດລາສະຫະ ລັດ ແລະ ສ້າງວຽກປະມານ 800.000 ຕຳແໜ່ງ. ຈາກຂໍ້ມູນຂອງກະຊວງທ່ອງທ່ຽວກຳປູເຈຍ ນັກທ່ອງທ່ຽວຕ່າງປະເທດເດີນທາງມາທ່ຽວກຳປູເຈຍໃນໄຕມາດທຳອິດຂອງປີນີ້ເພີ່ມຂຶ້ນ 11,9% ຫລື ຄິດເປັນຈຳນວນນັກທ່ອງທ່ຽວຕ່າງປະເທດ 1,5 ລ້ານຄົນທີ່ເດີນ ທາງມາກຳປູເຈຍລະຫວ່າງເດືອນມັງກອນຫາເດືອນມີນາຜ່ານມາ ໂດຍນັກທ່ອງທ່ຽວຊາວຈີນເປັນກຸ່ມນັກທ່ອງທ່ຽວກຸ່ມໃຫຍ່ທີ່ສຸດທີ່ເດີນທາງມາທ່ຽວກຳປູເຈຍ.

