ໂຄວິດ-19 ທຳລາຍຮ່າງກາຍ ແລະ ຈິດໃຈໃນໄລຍະຍາວເຖິງຈະປິ່ນປົວເຊົາແລ້ວ

ລັດຖະບານຍີ່ປຸ່ນວິໄຈຜົນກະທົບທີ່ມີຕໍ່ສຸຂະພາບຂອງອະດີດຄົນປ່ວຍໂຄວິດ-19 ຫລັງພົບວ່າເຖິງປິ່ນປົວເຊົາແລ້ວກໍຍັງມີອາການທັງທາງຮ່າງກາຍ ແລະ ຈິດໃຈ ເຊັ່ນ : ເມື່ອຍງ່າຍ, ຫາຍໃຈລຳບາກ, ຊຶມເສົ້າ, ຂາດສະມາທິ, ຄວາມຈື່ຈຳຖົດຖອຍລົງ, ວິຕົກກັງວົນ, ເຄັ່ງຄຽດງ່າຍ.
ໄວໜຸ່ມຍີ່ປຸ່ນຜູ້ໜຶ່ງທີ່ເປັນຜູ້ຕິດເຊື້ອໂຄວິດ-19 ແລະ ປິ່ນປົວເຊົາດີແລ້ວດົນກ່ວາ 3 ເດືອນ ລະບຸວ່າ : ລາວຍັງຄົງຮູ້ສຶກເຊື່ອງຊຶງ, ມີໄຂ້ເປັນບາງເທື່ອ, ເຈັບຫົວ, ເຈັບໜ້າເອິກ ແລະ ມີຕຸ່ມຜື່ນຂຶ້ນຕາມໂຕ, ລາວເຄີຍຄິດວ່າອາການຕ່າງໆຈະເຊົາເລີຍຫລັງຈາກລາວເຊົາປ່ວຍໄດ້ 2 ອາທິດ ແຕ່ຕອນນີ້ລາວເລີ່ມກັງວົນວ່າອາການເຫລົ່ານັ້ນອາດຈະຄົງຢູ່ຕະຫລອດໄປ.
ຫລັງຈາກພົບວ່າຕົນເອງຕິດເຊື້ອໂຄວິດ- 19 ລາວຕ້ອງລໍຖ້າດົນເຖິງ 20 ມື້ກ່ວາຈະໄດ້ເຂົ້າຮັບການປິ່ນປົວໃນໂຮງໝໍ ເພາະວ່າຕຽງບໍ່ວ່າງ ຫລັງຈາກນັ້ນ 2 ອາທິດ ລາວມີຜົນກວດການຕິດເຊື້ອເປັນລົບ ອອກຈາກໂຮງໝໍໄດ້ ແລະ ຍັງຄົງຕ້ອງພັກຟື້ນຢູ່ເຮືອນຕໍ່, ແຕ່ຫລັງຈາກນັ້ນບໍ່ດົນ ລາວຕ້ອງກັບເຂົ້າໂຮງໝໍອີກເທື່ອໜຶ່ງ ຍ້ອນອາການບໍ່ດີຂຶ້ນ ແລະ ຕອນນີ້ລາວຍັງຕ້ອງໄປພົບທ່ານໝໍຢູ່ສະໝ່ຳສະເໝີເມື່ອຮູ້ສຶກວ່າສຸຂະພາບມີບັນຫາ ລາວບໍ່ໝັ້ນໃຈວ່າຈະແຂງແຮງພໍທີ່ຈະກັບໄປໂຮງຮຽນໄດ້ຫລືບໍ່.
ເຖິງວ່າຍີ່ປຸ່ນຈະມີອັດຕາຂອງຜູ້ທີ່ເຊົາຈາກໂຄວິດ-19 ຈຳນວນຫລາຍ, ແຕ່ຄົນປ່ວຍຫລາຍຄົນບອກວ່າມີອາການຕົກຄ້າງເຖິງຈະປິ່ນປົວເຊົາແລ້ວ ເຊັ່ນ : ມີໄຂ້ເປັນໄລຍະໆ, ວິນຫົວ, ເມື່ອຍງ່າຍ, ການຮັບຮູ້ ແລະ ກິ່ນດ້ອຍລົງ ໂດຍມີການບອກເລົ່າອາການຜ່ານໂລກອອນລາຍໂດຍໃຊ້ແຮດແທັກ Corona aftereffects.
ຄະນະແພດໃນອີຕາລີໄດ້ເຜີຍແຜ່ຜົນການສຶກສາໃນຜູ້ປ່ວຍ 143 ຄົນທີ່ເຊົາຈາກໂຄວິດ-19 ແລ້ວ ໃນວາລະສານ Journal of the American Medical Association ພົບວ່າ 90% ມີອາການຜິດປົກກະຕິຫລົງເຫລືອຢູ່ ເຊັ່ນ : ເມື່ອຍງ່າຍ, ຫາຍໃຈລຳບາກ, ປວດຂໍ້, ເຈັບໜ້າເອິກ, ໄອ ເປັນຕົ້ນ. ຜູ້ທີ່ລອດຊີວິດຈາກໄວຣັສໂຄວິດ-19 ມີຄວາມສ່ຽງທີ່ຈະມີອາການຜິດປົກກະຕິຢູ່ປອດຢ່າງໜ້ອຍອີກ 6 ເດືອນ.
– ຜູ້ປ່ວຍອາການໜັກ ປອດຈະເສຍຫາຍຢ່າງຮຸນແຮງ : ຄະນະແພດໃນໂຮງໝໍເມືອງອູ່ຮັ້ນພົບວ່າ ຜົນ CT Scan ປອດຂອງຜູ້ປ່ວຍໂຄວິດ- 19 ມີຈຸດຝ້າຂາວຢູ່ປອດ ຫລັງຈາກອອກໂຮງໝໍແລ້ວ. ຜົນການສຶກສາອີກເທື່ອໜຶ່ງຂອງຄະນະແພດໃນໂຮງໝໍເມືອງກວາງໂຈ ພົບວ່າ 47% ຂອງຜູ້ປ່ວຍມີຄວາມຜິດປົກກະຕິໃນການເຮັດວຽກຂອງປອດ ແລະ ປະມານ 25% ຂອງຜູ້ປ່ວຍຫາຍໃຈເອົາອາກາດເຂົ້າປອດໄດ້ປະລິມານໜ້ອຍລົງ ເຖິງວ່າຈະມີລະດັບອົກຊີແຊນໃນເລືອດປົກກະຕິຕອນທີ່ອອກຈາກໂຮງໝໍກໍຕາມ. ຂະນະທີ່ຜູ້ປ່ວຍອາການໜັກ ປອດຈະຖືກທຳລາຍຢ່າງຮ້າຍແຮງ.
ສາດສະດາຈານ ຢາຊູຮິໂຕະ ເຊໂຕງູຈິ ຈາກມະຫາວິທະຍາໄລແພດສາດ ແລະ ທັນຕະແພດໂຕກຽວ ລະບຸວ່າ ຜູ້ປ່ວຍທີ່ປິ່ນປົວເຊົາແລ້ວບາງຄົນບອກວ່າພຽງແຕ່ຂຶ້ນຂັ້ນໄດກໍຫາຍໃຈເມື່ອຍຫອບແລ້ວ ແລະ ຕ້ອງພະຍາຍາມຢ່າງຫລາຍເພື່ອຈະໃຊ້ຊີວິດໄດ້ຄືເກົ່າ. ຄວາມຜິດປົກກຕິນີ້ເກີດຈາກລະບົບພູມຕ້ານທານທີ່ປອດມີປະຕິກິລິຍາຕໍ່ຕ້ານການຂະຫຍາຍໂຕຂອງແຊນໄວຣັສຢ່າງຮຸນແຮງ ສົ່ງຜົນໃຫ້ເນື້ອເຍື່ອປອດເສຍຫາຍ ແລະ ຟື້ນຟູຕົນເອງຊ້ຳໄປຊ້ຳມາຈົນແຂງໂຕ ເນື້ອເຍື່ອທີ່ແຂງໂຕນີ້ເຮັດໃຫ້ປອດຂະຫຍາຍໂຕໄດ້ຍາກຄືກັບມີແຜ່ນຢາງແຂງໆຕິດຢູ່.
- ບໍ່ແມ່ນແຕ່ປອດ, ແຕ່ທຳລາຍຫົວໃຈ ສົ່ງຜົນຕໍ່ຄວາມຈື່ຈຳ ແລະ ສະມາທິ : ມາຊາມິດສຶ ຊານູອິ ຫົວໜ້າແພດສຸກເສີນໂຮງໝໍມະຫາວິທະຍາໄລຈິຊິ ຈະໄຊຕາມະ ຜູ້ປ່ວຍໂຄວິດ-19 ທີ່ເຄີຍປິ່ນປົວໃນ ICU ຈາກອາການປອດອັກເສບ ນອກຈາກການເຮັດວຽກຂອງປອດຈະອ່ອນແອລົງແລ້ວ ຍັງຈະມີຄວາມຈື່ຈຳ ແລະ ສະມາທິທີ່ຖົດຖອຍລົງ, ມີຄວາມເຄັ່ງຄຽດຫລັງການປ່ວຍ ຫລລື PTSD ຜົນການສຶກສາພົບວ່າ ອາການທາງຈິດໃຈນີ້ຈະຄົງຢູ່ປະມານ 1 – 2 ປີ ຫລັງຈາກຮ່າງກາຍຟື້ນໂຕ. ນອກຈາກນີ້, ຍັງພົບວ່າຜູ້ປ່ວຍໂຄວິດ-19 ຫລາຍຄົນເກີດອາການຫົວໃຈລົ້ມເຫລວ ຫລື ກ້າມຊີ້ນຫົວໃຈຂາດເລືອດກະທັນຫັນ ໂດຍທີ່ບໍ່ໄດ້ມີປະຫວັດອາການຂອງພະຍາດຫົວໃຈມາກ່ອນ.

