ຫລັກການໃນການດື່ມນ້ຳເພື່ອສຸຂະພາບ

- ປະໂຫຍດສຸກຈາກການດື່ມນ້ຳຢ່າງພຽງພໍ : ດື່ມນ້ຳເພື່ອສຸຂະພາບ ຮ່າງກາຍຄົນມີນ້ຳເປັນສ່ວນປະກອບຢູ່ເຖິງ 75% ຂອງນ້ຳໜັກໂຕ ເຮົາອາດຈະອົດອາຫານໄດ້ເປັນເດືອນໆ, ແຕ່ຮ່າງກາຍບໍ່ສາມາດຂາດນ້ຳໄດ້ເກີນ 3 – 7 ວັນ. ການດື່ມນ້ຳຢ່າງຖືກຕ້ອງຈະຊ່ວຍໃຫ້ການໄຫລວຽນຂອງເລືອດດີ, ຫົວໃຈເຮັດວຽກປົກກະຕິ ແລະ ມີປະສິດທິພາບແຂງແຮງຂຶ້ນ. ຂະນະດຽວກັນ ການຂັບຖ່າຍຂອງເສຍກໍຈະເຮັດວຽກໄດ້ດີ. ສິ່ງສຳຄັນຍັງຊ່ວຍໃຫ້ໃບໜ້າຊຸ່ມຊື່ນ, ມີເລືອດຝາດ ແລະ ບໍ່ປວດຫລັງປວດແອວ ເພາະສຸຂະພາບໝາກໄຂ່ຫລັງແຂງແຮງ. ການດື່ມນ້ຳມື້ລະ 8 ຈອກ ຈະຊ່ວຍເຮັດໃຫ້ປະລິມານໄຂມັນໃນຮ່າງກາຍຫລຸດລົງ ອາດເປັນເລື່ອງເຫລືອເຊື່ອທີ່ນ້ຳຈະເປັນສິ່ງສຳຄັນທີ່ມີສ່ວນຊ່ວຍໃນການເບິ່ງແຍງຮູບຮ່າງ ເຖິງວ່າຄົນສ່ວນຫລາຍຈະຕ້ອງດື່ມນ້ຳຍ້ອນຄວາມຈຳເປັນ, ແຕ່ໃນຄວາມເປັນຈິງ ນ້ຳເປັນອາຫານພິເສດ ທີ່ຊ່ວຍໃນການເບິ່ງແຍງຮູບຮ່າງຢ່າງຖາວອນ.
- ນ້ຳທີ່ຄວນດື່ມ : ຄວນເປັນນ້ຳທຳມະດາ ບໍ່ເປັນນ້ຳທີ່ຮ້ອນຫລາຍ ຫລື ເຢັນຫລາຍ, ແຕ່ຖ້າເປັນນ້ຳອຸ່ນໆກໍຄວນດື່ມໃນຕອນເຊົ້າ ເພາະຈະຂັບຖ່າຍດີຂຶ້ນ, ລຳໄສ້ສະອາດ.
- ໄລຍະເວລາທີ່ດື່ມນ້ຳໃນ 1 ມື້ ອາດຈະປ່ຽນແປງໃຫ້ເໝາະສົມກັບຕົນເອງ : ຕື່ນນອນຕອນເຊົ້າ ດື່ມນ້ຳ 1 ຈອກ, ຕອນສວາຍ ດື່ມນ້ຳ 2 ຈອກ (ເວລາປະມານ00 – 10.00 ໂມງ), ຕອນບ່າຍ ດື່ມນ້ຳ 3 ຈອກ (ເວລາປະມານ 13.00 – 16.00 ໂມງ), ຕອນແລງ ດື່ມນ້ຳ 3 ຈອກ (ເວລາປະມານ 19.00 – 20.00 ໂມງ), ກ່ອນເຂົ້ານອນ ດື່ມນ້ຳ 1 ຈອກ ເພື່ອໃຫ້ນ້ຳທີ່ດື່ມໄຫລວຽນຊຳລະລ້າງສິ່ງຕົກຄ້າງໃນລຳໄສ້ ແລະ ກະເພາະອາຫານ ຖ້າເປັນນ້ຳອຸ່ນຈະຊ່ວຍໃຫ້ຫລັບສະບາຍຂຶ້ນ ລວມແລ້ວໃຫ້ສາມາດດື່ມນ້ຳໄດ້ມື້ລະ 10 ຈອກ ນອກເໜືອຈາກນັ້ນ ທ່ານສາມາດດື່ມນົມ, ນ້ຳໝາກໄມ້ ແລະອື່ນໆໄດ້ອີກບໍ່ຈຳກັດ.
- ເຄັດລັບການດື່ມນ້ຳແບບງ່າຍໆທີ່ທ່ານສາມາດເຮັດໄດ້ດ້ວຍຕົນເອງ ຕາມຂັ້ນຕອນດັ່ງນີ້ :
ຂັ້ນຕອນທີ 1 : ດື່ມນ້ຳໃຫ້ພຽງພໍກັບນ້ຳໜັກໂຕ : ຮ່າງກາຍຄົນເຮົານັ້ນຕ້ອງປະກອບດ້ວຍນ້ຳ 60 – 70% ເມື່ອທຽບໃສ່ນ້ຳໜັກໂຕ. ຕາມສູດທີ່ອົງການອະນາໄມໂລກໄດ້ກຳນົດເອົາໄວ້ ຄົນເຮົາໃນແຕ່ລະມື້ຕ້ອງດື່ມນ້ຳໃຫ້ໄດ້ປະລິມານທີ່ເໝາະສົມກັບນ້ຳໜັກຂອງຕົນເອງ ວິທີຄຳນວນແມ່ນ : ນ້ຳໜັກໂຕ (ກິໂລ)x2,2×30=? Cc (1.000 cc = 1ລິດ ແລະ 1 ລິດ = 5 ຈອກ. ຕົວຢ່າງ : ທ່ານມີນ້ຳໜັກ 60 ກິໂລ ໃຫ້ເອົາ 60×2,2×30= 1,980 cc (1,980 cc = 1,9 ລິດ ແລະ 1,9 ລິດ = 10 ຈອກ. ເທົ່າກັບວ່າຖ້າທ່ານໜັກ 60 ກິໂລ ຕ້ອງດື່ມນ້ຳໃຫ້ໄດ້ປະມານ 1,9 ລິດຕໍ່ມື້ ຫລື ເກືອບ 10 ຈອກນັ້ນເອງ.
ຂັ້ນຕອນທີ 2 : ດື່ມນ້ຳຕອນເຊົ້າຫລັງຕື່ນນອນ : ຕື່ນນອນຕອນເຊົ້າ ກ່ອນຖູແຂ້ວ ໃຫ້ດື່ມນ້ຳ 4 ຈອກ (640 cc) ດື່ມນ້ຳອຸ່ນໆໄດ້ຍິ່ງດີ ເພາະນ້ຳອຸ່ນນັ້ນດື່ມງ່າຍກ່ວານ້ຳທຳມະດາ ແລະ ອຸນຫະພູມຂອງນ້ຳທີ່ດື່ມບໍ່ຕ່ຳກ່ວາອຸນຫະພູມຂອງຮ່າງກາຍ ບໍ່ເປັນການໄປດຶງອຸນຫະພູມຂອງຮ່າງກາຍໃຫ້ເຢັນລົງ ເພາະນ້ຳລາຍບູດທີ່ສະສົມມາຕັ້ງແຕ່ນອນຫລັບມີຈຸລິນຊີທີ່ມີປະໂຫຍດ ສາມາດຂ້າຈຸລິນຊີພິດໃນທາງເດີນອາຫານ ແລະ ຊ່ວຍໃນການຂັບຖ່າຍໃຫ້ເປັນປົກກະຕິ.
ຂັ້ນຕອນທີ 3 : ດື່ມນ້ຳໃຫ້ຖືກເວລາ : ຄວນດື່ມນ້ຳກ່ອນກິນອາຫານປະມານ 45 ນາທີ ຫລັງຈາກນັ້ນຈຶ່ງກິນອາຫານໄດ້ຕາມປົກກະຕິ ເມື່ອກິນອາຫານແລ້ວບໍ່ຄວນດື່ມນ້ຳ ຫລື ກິນອາຫານຫຍັງ ຈົນກ່ວາ 2 ຊົ່ວໂມງຜ່ານໄປ ເພາະການດື່ມນ້ຳຫລາຍລະຫ່ວາງກິນອາຫານຈະເຮັດໃຫ້ນ້ຳຍ່ອຍໃນກະເພາະເຈືອຈາງການຍ່ອຍເປັນໄປໄດ້ບໍ່ດີ.
ຂັ້ນຕອນທີ 4 : ດື່ມນ້ຳລະຫ່ວາງມື້ ໃນເວລາ 10.00 ໂມງ, 14.00 ໂມງ ແລະ 16.00 ໂມງ.
ຂັ້ນຕອນທີ 5 : ດື່ມນ້ຳກ່ອນນອນ ແມ່ນໃຫ້ດື່ມນ້ຳອຸ່ນໆ 1 ຈອກ.
ຂັ້ນຕອນທີ 6 : ຫລີກເວັ້ນນ້ຳເຢັນ, ນ້ຳອັດລົມ : ອຸນຫະພູມໂດຍປົກກະຕິຂອງຮ່າງກາຍຄົນເຮົານັ້ນຢູ່ 36 – 37 ອົງສາ ຖ້າດື່ມນ້ຳເຢັນໆປະມານ 2 ອົງສາ ນ້ຳເຢັນຈະຕ້ອງໄປດຶງຄວາມຮ້ອນຂອງຮ່າງກາຍມາເຮັດໃຫ້ອຸນຫະພູມຂອງນ້ຳເທົ່າກັບຮ່າງກາຍ. ການດູດຊຶມຈຶ່ງຈະເຮັດວຽກໄດ້ ເຮັດໃຫ້ຮ່າງກາຍສູນເສຍພະລັງງານ ແລະ ເສຍເວລາໃນການປັບຄວາມດຸ່ນດ່ຽງໃຫ້ຄືນສູ່ປົກກະຕິ.

