ອາເມລິກາສັ່ງຫ້າມການເດີນທາງຈາກອິນເດຍ ຫລັງຈຳນວນຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນບໍ່ຢຸດ

ອາເມລິກາປະກາດຫ້າມການເດີນທາງຈາກອິນເດຍ ມີຜົນນັບແຕ່ວັນທີ 4 ພຶດສະພານີ້ ຫວັງສະກັດໂຄວິດ-19 ສາຍພັນຈາກອິນເດຍທີ່ເຊື່ອວ່າເປັນສາເຫດຂອງວິກິດການລະບາດໃນອິນເດຍເວລານີ້ ໂດຍສະຖານະການໂຄວິດ-19 ໃນອິນເດຍກຳລັງຢູ່ໃນຂັ້ນວິກິດ ທ່າມກາງຈຳນວນຜູ້ຕິດເຊື້ອເພີ່ມສູງຕໍ່ເນື່ອງ.
ທ່ານ ນາງ ເຈນ ຊາກີ ໂຄສົກທຳນຽບຂາວ ລະບຸໃນຖະແຫລງການວ່າ: ຝ່າຍບໍລິຫານຂອງປະທານາທິບໍດີ ໂຈ ໄບເດັນ ຕັດສິນໃຈດັ່ງກ່າວຕາມຄຳແນະນຳຂອງສູນຄວບຄຸມ ແລະ ປ້ອງກັນພະຍາດ (CDC).
ໂດຍປັດຈຸບັນຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດຈາກໂຄວິດ-19 ຫລຸດລົງໃນອາເມລິກາ ເນື່ອງຈາກຊາວອາເມລິກາຫລາຍລ້ານຄົນໄດ້ຮັບການສັກວັກຊີນໃນແຕ່ລະວັນ, ແຕ່ຈຳນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດຈາກໂຄວິດ-19 ໃນອິນເດຍພັດເພີ່ມສູງໃນແຕ່ລະວັນ.
ທັງນີ້, ອິນເດຍກຳລັງຕໍ່ສູ້ກັບສາຍພັນໂຄວິດ-19 ທີ່ມີການແຜ່ກະຈາຍຢ່າງວ່ອງໄວ ແລະ ເປັນວົງກວ້າງ ຫລື ເອີ້ນວ່າສາຍພັນ B.1.617 ເຊິ່ງພົບຄັ້ງທຳອິດໃນອິນເດຍ ແລະ ເຊື່ອກັນວ່າເປັນຕົ້ນຕໍຂອງການລະບາດຮອບຫລ້າສຸດໃນປະເທດ ໂດຍປັດຈຸບັນເລີ່ມມີການກວດພົບສາຍພັນນີ້ໃນປະເທດອື່ນໆແລ້ວ ເຊິ່ງລວມທັງອາເມລິກາ.
ອ້າງອີງ:

