ສປປ ເກົາຫລີ ຍິງວັດຖຸຄາດວ່າເປັນລູກສອນໄຟ ເທື່ອທຳອິດຮັບປີໃໝ່ ຕົກໃນທະເລຕາເວັນອອກໃກ້ຍີ່ປຸ່ນ

ສປປ ເກົາຫລີ ຍິງວັດຖຸຄາດວ່າເປັນລູກສອນໄຟຕ້ອນຮັບປີໃໝ່ ຕົກໃນທະເລໃກ້ຍີ່ປຸ່ນ ທ່າມກາງການເຝົ້າຕິດຕາມທ່າທີສອງເກົາຫລີທີ່ຫລາຍຝ່າຍຫວັງວ່າ: ສປປ ເກົາຫລີ ແລະ ສ.ເກົາຫລີ ອາດຊຸກຍູ້ໃຫ້ຢຸດສົງຄາມເກົາຫລີຢ່າງເປັນທາງການໃນປີນີ້.
ວັນທີ 5 ມັງກອນ 2022, ເວັບໄຊບີບີຊີ ລາຍງານອ້າງທາງການ ສ.ເກົາຫລີ ທີ່ຢືນຢັນວ່າ: ພົບວັດຖຸທີ່ເຊື່ອວ່າເປັນລູກສອນໄຟຍິງມາຈາກ ສປປ ເກົາຫລີ ໂດຍວັດຖຸດັ່ງກ່າວຕົກລົງໃນທະເລຕາເວັນອອກໃກ້ກັບຍີ່ປຸ່ນ. ເຊັ່ນດຽວກັບໜ່ວຍຍາມຝັ່ງຂອງຍີ່ປຸ່ນທີ່ຢືນຢັນວ່າ: ພົບວັດຖຸທີ່ເຊື່ອວ່າເປັນລູກສອນໄຟໃນທະເລເຊັ່ນກັນ.
ໂດຍໃນເວລາຕໍ່ມາ, ທາງການ ສ.ເກົາຫລີ ເປີດເຜີຍຂໍ້ມູນເພີ່ມຕື່ມວ່າ: ວັດຖຸດັ່ງກ່າວອາດຈະເປັນລູກສອນໄຟ ຖືກຍິງຈາກ ສປປ ເກົາຫລີ ເມື່ອເວລາປະມານ 8:10 ໂມງ ຕາມເວລາທ້ອງຖິ່ນ ເຊິ່ງຖ້າເປັນໄປຕາມການຄາດຄະເນ ນີ້ຈະເປັນລູກສອນໄຟລູກທຳອິດທີ່ທາງການ ສປປ ເກົາຫລີ ຍິງໃນປີ 2022.
ທ່າທີຫລ້າສຸດຂອງທາງການ ສປປ ເກົາຫລີ ເກີດຂຶ້ນ ຫລັງໃນຊ່ວງທ້າຍປີ ທ່ານ ກິມຈອງອຸນ ຜູ້ນຳສູງສຸດ ສປປ ເກົາຫລີ ເຂົ້າຮ່ວມປະຊຸມກັບສະມາຊິກລະດັບສູງຂອງພັກ ໂດຍຍອມຮັບວ່າຕະຫລອດປີຜ່ານມາ ສປປ ເກົາຫລີ ຜະເຊີນການຕໍ່ສູ້ລະຫວ່າງຄວາມເປັນກັບຄວາມຕາຍ ລວມທັງສະຖານະການເສດຖະກິດທີ່ຊຸດໂຊມຈາກການລະບາດຂອງໂຄວິດ-19 ທ່າມກາງລາຍງານທີ່ລະບຸວ່າ: ສປປ ເກົາຫລີ ຢູ່ໃນສະພາບຂາດເຂີນອາຫານຢ່າງໜັກ.
ຂະນະທີ່ກ່ອນໜ້ານີ້ ຫລາຍຝ່າຍຕັ້ງຄວາມຫວັງວ່າ: ສປປ ເກົາຫລີ ແລະ ສ.ເກົາຫລີ ຈະສາມາດເຈລະຈາເພື່ອຢຸດສົງຄາມເກົາຫລີທີ່ຍືດເຍື້ອມາຫລາຍສິບປີ ໂດຍສະເພາະກ່ອນທີ່ທ່ານ ມຸນແຈອິນ ປະທານາທິບໍດີ ສ.ເກົາຫລີ ຈະໝົດວາລະໃນເດືອນພຶດສະພານີ້.
ອ້າງອີງ:

