ຜົນພວງຍຸກໂຄວິດ-19 ພຣີເມຍລີກ ມີນັກເຕະເຈັບເກີນ 100 ຄົນ ຄັ້ງທຳອິດໃນຮອບ 5 ປີ

ເດລີເມລ ສື່ຊື່ດັງຂອງອັງກິດລາຍງານວ່າ ພຣີເມຍລີກ ອັງກິດ ມີນັກເຕະບາດເຈັບລວມກັນທັງຫມົດ 20 ສະໂມສອນຕະຫລອດເດືອນທັນວາທີ່ຜ່ານມາເປັນຈຳນວນສູງເຖິງ 111 ຄົນ ໂດຍອ້າງອີກຂໍ້ມູນຈາກ Premier injuries ເຊິ່ງນັບຕາມຈຳນວນນັກເຕະທີ່ບໍ່ສາມາດລົງສະຫນາໄດ້ຢ່າງຫນ້ອຍ 9 ມື້ ແລະ ເປັນຄັ້ງທຳອິດໃນຮອບ 5 ປີ ທີ່ຕົວເລກເກີນ100 ຄົນ.
ຈຳນວນດັ່ງກ່າວບໍ່ນັບລວມຜູ້ຕິດເຊື້ອໂຄວິດ-19 ຈຳນວນ 72 ຄົນໃນເດືອນສຸດທ້າຍຂອງປີ 2021 ເຊິ່ງການບາດເຈັບຂອງນັກເຕະ 111 ຄົນ ໃນເດືອນດຽວ ຄິດເປັນຈຳນວນສະເລ່ຍເຖິງ 76% ຫລາຍກວ່າຄ່າສະເລ່ຍວໃນ 5 ລະດູການຫລ້າສຸດ 10%.
ທັງນີ້ ພຣີເມຍລີກ ອັງກິດ ຕ້ອງເລື່ອນການແຂ່ງຂັນໄປແລ້ວເຖິງ 16 ຄູ່ ຕະຫລອດເດືອນທັນວາທີ່ຜ່ານມາ ເນື່ອງຈາກຫລາຍສະໂມສອນມີນັກເຕະຕິດເຊື້ອໂຄວິດ-19 ແລະບາດເຈັບລວມກັນຈົນເຫລືອຜູ້ຫລິ້ນບໍ່ເຖິງຈຳນວນຂັ້ນຕຳ່ທີ່ຈະລົງສະຫນາມ ຄື 14 ຄົນ (ລວມຜູ້ຮັກສາປະຕູ 1 ຄົນ).
ແກຣີ ເລວິນ ອະດີດນັກກາຍຍະພາບຂອງທີມຊາດອັງກິດ ແລະ ອາເຊນອລ ອອກມາລະບຸ 3 ສາເຫດທີ່ເຮັດໃຫ້ຈຳນວນນັກເຕະບາດເຈັບເພີ່ມຂຶ້ນຢ່າງຫນ້າຕົກໃຈ ໂດຍມີການລະບາດຂອງໂຄວິດ-19 ເປັນປັດໄຈສຳຄັນທີ່ເຮັດໃຫ້ປະຕິທິນການແຂ່ງຂັນ ແລະ ການຈັດໂປຣແກຣມຕ່າງໆຕ້ອງປັບປ່ຽນຄັ້ງໃຫຍ່.
ຂ້ໍ 1 ຄື ຜູ້ຫລິ້ນມີເວລາປັບສະພາບຮ່າງກາຍໃນໄລຍະເປີດລະດູການຫນ້ອຍລົງໃນໄລຍະ 3 ປີຫລ້າສຸດ ເຊິ່ງຕ້ອງເລ່ັງກັບມາເປີດລະດູການໄວຂຶ້ນ ຂໍ້ 2 ໂປຣແກຣມທີ່ບີບອັດ ຢ່າງຕໍ່ເນື່ອງເພື່ອໃຫ້ຈົບພາຍໃນຂອບເວລາທີ່ກຳນົດ ເພີ່ມຄວາມສ່ຽງຕໍ່ບັນຫາບາດເຈັບ ແລະ ຂໍ້ 3 ການຕິດເຊື້ອໂຄວິດ-19 ສົ່ງຜົນຕໍ່ສະພາບຮ່າງກາຍໂດຍກົງ ແລະ ຫາກມີຈຳນວນຜູ້ຕິດເຊື້ອຫລາຍຄົນ ແຕ່ຍັງບໍ່ເຂົ້າເກນເລື່ອນການແຂ່ງຂັນ ກໍຈະເພີ່ມພາລະໃຫ້ກັບຄົນທີ່ຍັງລົງສະຫນາມໄດ້.

