6 ທິດທາງແຜນການວຽກງານຈັດຕັ້ງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

ວັນທີ 7 ເມສາ 2022 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມ ສະຫຼຸບວຽກງານຈັດຕັ້ງ ທົ່ວຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ ຄັ້ງທີ I ໄລຍະ 5 ປີ (2016-2020) ແລະ ທິດທາງແຜນການ ໄລຍະ 5 ປີ (2021-2025) ໂດຍການເປັນປະທານ ຂອງສະຫາຍ ອາລຸນໄຊ ສູນນະລາດ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ມີບັນດາສະຫາຍ ຄະນະພັກ-ຄະນະນຳ ຫສນຍ, ຜູ້ຕາງໜ້າ ຄະນະຈັດຕັ້ງສູນກາງພັກ, ບັນດາກົມ ແລະ ຫໍປະຊຸມແຫ່ງຊາດ ພ້ອມດ້ວຍ ສະມາຊິກພັກ, ພະນັກ ງານ-ລັດຖະກອນ ກົມຈັດຕັ້ງ ແລະ ພະນັກງານ ເຂົ້າຮ່ວມ.

ເນື້ອໃນຂອງກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມ ໄດ້ຮັບຟັງ ການເຜີຍແຜ່ ແລະ ຜ່ານເອກະສານສຳຄັນ ຄື: ເຜີຍແຜ່ບົດຄຳເຫັນໂອ້ລົມ ຂອງສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ກອງປະຊຸມວຽກງານຈັດຕັ້ງທົ່ວປະ ເທດ ຄັ້ງທີ XI ແລະ ມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະ ເທດ ຄັ້ງທີ XI; ຜ່ານບົດລາຍງານ ວຽກງານຈັດຕັ້ງ ໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການ ໄລ ຍະ 5 ປີຕໍ່ໜ້າ ຂອງ ຫສນຍ ແລະ ໄດ້ຮັບຟັງ ການປະກອບຄຳເຫັນ ຂອງຜູ້ຕາງໜ້າບັນດາກົມ ຈຳ ນວນໜຶ່ງ ຕໍ່ການສະຫຼຸບຕີລາຄາວຽກງານຈັດຕັ້ງ; ຜ່ານຮ່າງມະຕິກອງປະຊຸມວຽກງານຈັດຕັ້ງ ຄັ້ງທີ I ຂອງ ຫສນຍ. ອັນສໍາຄັນ ແມ່ນໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາ ຈາກສະຫາຍ ປະທານກອງປະຊຸມ ເຊິ່ງໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສຳເລັດທີ່ສາມາດປະຕິບັດໄດ້ ຕະຫຼອດໄລຍະທີ່ຜ່ານມາ; ໄດ້ເນັ້ນໜັກ ຕໍ່ທິດທາງແຜນການໃນຕໍ່ໜ້າ ແລະ ໃຫ້ເອົາໃຈໃສ່ ດັ່ງນີ້:

1) ພາຍຫຼັງສຳເລັດກອງປະຊຸມຄັ້ງນີ້, ມອບໃຫ້ກົມຈັດຕັ້ງ ແລະ ພະ ນັກງານ ສືບຕໍ່ເກັບກຳ ແລະ ສັງ ລວມບັນດາຄຳເຫັນ ຕໍ່ຄຳຖາມເຈາະຈີ້ມ ທີ່ສະຫາຍປະທານກອງປະຊຸມ ໄດ້ຕັ້ງຂຶ້ນ ແລະ ມອບໃຫ້ບັນດາໜ່ວຍພັກ ນຳໄປຄົ້ນຄວ້າກ່ອນໜ້ານີ້ ເພື່ອນຳມາສະຫຼຸບລາຍງານຄະນະປະຈຳພັກ ແລະ ເປັນຂໍ້ມູນປັບປຸງບົດສະຫຼຸບ ໃຫ້ມີເນື້ອໃນອຸດົມສົມບູນ, ເລິກເຊິ່ງ, ຄົບຖ້ວນ ແລະ ແທດຕົວຈິງຫຼາຍຂຶ້ນກວ່າເກົ່າ.

2) ໃຫ້ຄະນະພັກທຸກຂັ້ນຖືວຽກງານຈັດຕັ້ງ ເປັນວຽກຍຸດທະສາດ ແລະ ເປັນຂອດຕັດສິນຜົນໄດ້ຜົນເສຍຂອງການຈັດຕັ້ງປະຕິບັດວຽກງານ.

3) ເດັດດ່ຽວ ລົງເລິກ ຄົ້ນຄວ້າ ແລະ ວິເຄາະ ບັນຫາວຽກງານຈັດຕັ້ງ ຢູ່ ຫສນຍ ຍັງມີຈຸດໃດ, ຂອດໃດ ທີ່ຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ໂດຍສົມທຽບໃສ່ 6 ບັນຫາຄົງຄ້າງລວມ ທີ່ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ໄດ້ຕັ້ງຂຶ້ນ ໃນໂອກາດໂອ້ລົມຕໍ່ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI.

4) ເອົາໃຈໃສ່ຍົກສູງວຽກງານ ການກໍ່ສ້າງພັກໂດຍໃຫ້ອົງການຈັດຕັ້ງມະຫາຊົນມີສ່ວນຮ່ວມຢ່າງຕັ້ງໜ້າ.

5) ສ້າງການຫັນປ່ຽນທີ່ແທ້ຈິງ ໃນທຸກຂອດ ຂອງວຽກງານພະ ນັກງານ ເປັນຕົ້ນ ການໃຫ້ໂອກາດ, ການຊຸກຍູ້ສົ່ງເສີມ ແລະ ການກຳນົດໄລຍະເວລາຈັດຕັ້ງປະ ຕິບັດ; ການຄຸ້ມຄອງ ຢ່າງແທດເຖິງ ແລະ ມີຄຸນນະພາບ ໂດຍສະເພາະ ການກຳຈຸດພິເສດ, ກຳລະບຽບຫຼັກການ, ກຳແນວຄິດ-ທິດສະດີ ແລະ ການກະທຳ; ກ້າປົກປ້ອງພະນັກງານ ທີ່ເຄື່ອນໄຫວຖືກ ຕ້ອງຕາມລະບຽບຫຼັກການ ໃຫ້ໄດ້ຮັບຄວາມຍຸຕິທຳ ແລະ ໂປ່ງໃສ.

6) ປັບປຸງອົງການອຳນາດລັດ ເປັນຕົ້ນ ກຳນົດລະບຽບການໃຫ້ລະ ອຽດຈະແຈ້ງ, ປະຕິບັດໃຫ້ສອດ ຄ່ອງກັບຫຼັກການ ແລະ ລະບຽບການ, ກົງຈັກ ແລະ ຂັ້ນຂອດກະ ທັດຮັດ; ພ້ອມກັນນັ້ນ ອົງການຈັດຕັ້ງມະຫາຊົນ ຕ້ອງເປັນເວທີຄັດເລືອກ ວຽກດີຄົນເດັ່ນ ວຽກຈິງຄົນແທ້ ທີ່ຕິດພັນກັບການປະຕິບັດໜ້າທີ່ການເມືອງຂອງ ຫສນຍ ຢ່າງແທ້ຈິງ.