ແຈ້ງເຕືອນ ເຝົ້າລະວັງນໍ້າຖ້ວມຊູ ແລະ ດິນເຈື່ອນ ປະຈໍາວັນທີ 22 ກັນຍາ 2025

ຮ່ອງຄວາມກົດດັນອາກາດຕໍ່າ ຫຼື ຮ່ອງຝົນ ໄດ້ພາດຜ່ານພາກເໜືອດ້ານຕາເວັນຕົກ ແລະ ພາກກາງຂອງປະເທດລາວ ພ້ອມດຽວກັນລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກຳລັງແຮງພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າ ເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປເປັນບໍລິເວນກວ້າງໃນແຕ່ລະພາກ ແລະ ຕົກໜັກພ້ອມມີລົມພັດແຮງຢູ່ບາງ ທ້ອງຖິ່ນ ແຂວງພາກກາງ ແລະ ພາກໃຕ້.

ເຂດພື້ນທີ່ສ່ຽງນໍ້າຖ້ວມຊູ ແລະ ດິນເຈື່ອນ ມີດັ່ງນີ້:

ແຂວງ ຜົ້ງສາລີ: ເມືອງ ບຸນໃຕ້, ຍອດອູ, ຂວາ

ແຂວງ ອຸດົມໄຊ: ເມືອງ ນາໝໍ້, ຫຼາ, ງາ, ປາກແບງ ແລະ ໄຊ

ແຂວງ ຫຼວງພະບາງ: ເມືອງໂພນໄຊ, ຈອມເພັດ, ນໍ້າບາກ, ພູຄູນ ແລະ ຊຽງເງິນ;

ແຂວງ ຊຽງຂວາງ: ເມືອງ ແປກ, ພູກູດ, ຄ້າ, ຄຸນ,ແລະ ໝອກໃຫມ່

ແຂວງ ວຽງຈັນ: ເມືອງ ກາສີ, ວັງວຽງ, ໝື່ນ, ຊະນະຄາມ ແລະ ເຟືອງ;

ແຂວງ ໄຊສົມບູນ: ເມືອງຮົ່ມ, ລ້ອງຊານ ແລະ ທ່າໂທມ

ແຂວງ ບໍລິຄຳໄຊ: ເມືອງ ຄຳເກີດ, ປາກກະດິງ, ບໍລິຄັນ, ທ່າພະບາດ ແລະ ວຽງທອງ

ແຂວງ ຄໍາມ່ວນ: ເມືອງ ນາກາຍ, ຍົມມະລາດ, ຄຸນຄໍາ, ໄຊບົວທອງ

ແຂວງ ເຊກອງ: ເມືອງກະລືມ ແລະ ດາກຈຶງ

ແຂວງ ອັດຕະປື: ເມືອງ ສະໜາມໄຊ, ພູວົງ ແລະ ຊານໄຊ;

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນໃນແຕ່ລະ ພາກ ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມື ຕໍ່ກັບສະພາບຝົນຕົກໜັກຕິດຕໍ່ກັນຫຼາຍວັນ ທີ່ຈະເຮັດໃຫ້ມີນໍ້າຖ້ວມຊຸ ແລະ ດິນເຈື່ອນ, ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ແລະ ລະດັບນໍ້າ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.