ນາຍົກລັດຖະມົນຕີ ຍີ່ປຸ່ນ ສັກວັກຊີນໂຄວິດ-19 ກ່ອນໄປຢ້ຽມຢາມສະຫະລັດ ພົບໄບເດັນ

ພາຍຫຼັງໄດ້ຮັບການສັກວັກຊີນ ນາຍົກລັດຖະມົນຕີ ຍີ່ປຸ່ນ ໃຫ້ຮູ້ວ່າ ບໍ່ຮູ້ສຶກເຈັບເລີຍ ຕຽມຕົວເດີນທາງໄປສະຫະລັດໃນເດືອນໜ້າ ເປັນຜູ້ນຳຄົນທຳອິດທີ່ຈະເຂົ້າພົບ ໄບເດັນ.

ສຳນັກຂ່າວ ຣອຍເຕີ ລາຍງານວ່າ ທ່ານ ໂຢຊິຮິເດະ ຊູກະ ນາຍົກລັດຖະມົນຕີຍີ່ປຸ່ນ ອາຍຸ 72 ປີ ໄດ້ຮັບສັກວັກຊີນໂຄວິດ-19 ເຂັມທຳອິດໃນວັນທີ 16 ມີນາ ຊຶ່ງເປັນເຈົ້າໜ້າທີ່ຄົນທຳອິດໃນຄະນະລັດຖະບານ ໄດ້ຮັບສັກວັກຊີນຕ້ານໂຄວິດ-19 ຢ່າງເປີດເຜີຍ ການສັກວັກຊີນຂອງທ່ານໃນຄັ້ງນີ້ ຍັງເປັນການຕຽມພ້ອມເຂົ້າພົບປະກັບທ່ານ ໂຈໄບເດັນ ປະທານາທິບໍດີ ສະຫະລັດ ໃນເດືອນໜ້າ.

ຍີ່ປຸ່ນເລິ່ມຂະບວນການສັກວັກຊີນຕ້ານໂຄວິດ-19 ແຕ່ເດືອນທີ່ຜ່ານມາ ຫຼັງໄດ້ຮັບວັກຊີນຈາກບໍລິສັດ ໄຟເຊີ-ໄບອອນເທັກ ໂດຍໃຫ້ຄວາມສຳຄັນການສັກວັກຊີນໃຫ້ແກ່ກຸ່ມຄົນທີ່ມີຄວາມສ່ຽງເຊັ່ນ: ເຈົ້າໜ້າທີ່ສາທາລະນະສຸກ ແລະ ຜູ້ທີ່ມີອາຍຸສູງກວ່າ 65 ປີ ໂດຍທ່ານ ຊູກະ ລະບຸວ່າ  ຍີ່ປຸ່ນຈະໄດ້ຮັບສັກວັກຊີນພຽງພໍຕໍ່ປະຊາກອນ 126 ລ້ານຄົນ ໃນເດືອນມີຖຸນາທີ່ຈະມາເຖິງ. ຂະນະນີ້ ຍີ່ປຸ່ນໄດ້ດຳເນີນການສັກວັກຊີນ ເຂັມທຳອິດໃຫ້ແກ່ປະຊາຊົນໄດ້ແລ້ວ ຫຼາຍກວ່າ 290.000 ຄົນ.