ຈີນເຂົ້າຄວບຄຸມສະຖານກົງສູນໃຫ່ຍຂອງສະຫະລັດທີ່ເມືອງ ເສິນຕູ ແລ້ວ

ຫຼັງຈາກທາງການຈີນໄດ້ສັ່ງໃຫ້ກົງສູນຂອງສະຫະລັດທີ່ເມືອງເສີນຕູຂອງຈີນ ປິດປະຕູໃນວັນທີ 24 ກໍລະກົດ ເພື່ອເປັນການຕອບໂຕ້ທີ່ທາງສະຫະລັດສັ່ງໃຫ້ສະຖານກົງສູນໃຫ່ຍຂອງຈີນທີ່ເມືອງ ຮຸສຕັນ ໃນສະຫະລັດປິດປະຕູ.

ໂດຍໂຄສົກກະຊວງການຕ່າງປະເທດຂອງຈີນໄດ້ປະກາດວ່າ: ການສັ່ງປິດກົງສູນໃຫ່ຍຂອງສະຫະລັດທີ່ເມືອງເສິນຕູຂອງຈີນນັ້ນ ເປັນການຕອບໂຕ້ທີ່ເໝາະສົມ ແລະ ຈຳເປັນ ຫຼັງສະຫະລັດສັ່ງປິດກົງສູນໃຫ່ຍຂອງຈີນທີ່ເມືອງ ຮຸສຕັນ ໃນລັດເທັກຊັດຂອງສະຫະລັດເມື່ອວັນທີ 21 ກໍລະກົດທີ່ຜ່ານມາ. ດ້ວຍຂໍ້ຫາທີ່ວ່າ ຈີນທຳການໂຈນລະກຳຂໍ້ມູນລັບຂອງສະຫະລັດ.

ໂດຍຕອນເຊົ້າຂອງວັນທີ 27 ກໍລະກົດ ເຈົ້າໜ້າທີ່ຂອງຈີນໄດ້ເຂົ້າຈຳກັດພື້ນອ້ອມຮອບທີ່ກົງສູນຂອງສະຫະລັດທີ່ເມືອງ ເສິນຕູ ເຊິ່ງທາງກະຊວງໄດ້ລະບຸວ່າ: ສະຖານກົງສູນດັ່ງກ່າວຖືກປິດແລ້ວ ເວລາ 10 ໂມງຕາມເວລາທ້ອງຖິ່ນຈີນ. ຈາກນັ້ນເຈົ້າໜ້າທີ່ຈີນຈຶ່ງເຂົ້າໄປຢຶດພື້ນທີ່ເອົາໄວ້ ແລະ ໄດ້ເອົາທຸງຊາດຂອງສະຫະລັດລົງ.

ການເຄື່ອນໄຫວດັ່ງກ່າວມີຂື້ນ ຫຼັງກະຊວງການຕ່າງປະເທດສະຫະລັດໄດ້ສັ່ງປິດກົງສູນຂອງຈີນໃນເມືອງ ຮຸສຕັນໃນວັນທີ 24 ກໍລະກົດໄປແລ້ວ ຕາມຄຳສັ່ງຂອງລັດຖະບານຂອງສະຫພລັດ ເພື່ອເປັນການສົ່ງສັນຍານວ່າ ຄວາມຕຶງຄຽດລະຫວ່າງສະຫະລັດ ແລະ ຈີນໄດ້ຂະຫຍາຍຕົວເຖິງລະດັບສູງໃນຫຮອບຫຼາຍທົດສະຕະວັດທີ່ຜ່ານມາ.

ຂ່າວ: ລູກເມືອງພວນ

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ