ຊາວຈີນຜະເຊີນ “ສະພາບໂຕເຕ້ຍ” ເກືອບ 40 ລ້ານຄົນ

ວັນທີ 4 ມີນາ 2021, ຄະນະຜູ້ຊ່ຽວຊານດ້ານການເບິ່ງແຍງສຸຂະພາບຂອງຈີນລະບຸວ່າ: “ສະພາບໂຕເຕ້ຍ” ສົ່ງຜົນກະທົບຕໍ່ປະຊາກອນຈີນປະມານ 39 ລ້ານຄົນ ພ້ອມຮຽກຮ້ອງເດັກເຂົ້າຮັບການກວດ ແລະ ຊ່ວຍເຫລືອໂດຍໄວ ເນື່ອງຈາກການປິ່ນປົວ ແລະ ອາຍຸຂອງຜູ້ປ່ວຍມີການເຊື່ອມໂຍງກັນຢ່າງໃກ້ຊິດ.
ທ່ານ ເສົາຊີຫລົງ ປະທານມູນນິທິສາທາລະນະສຸກແຫ່ງປະເທດຈີນ ເຜີຍວ່າ: ຈີນມີເດັກອາຍຸ 4-15 ປີ ປະມານ 7 ລ້ານຄົນ ທີ່ຈຳເປັນຕ້ອງເຂົ້າຮັບການປິ່ນປົວຢູ່ໂຮງໝໍ ເນື່ອງຈາກສະພາບຕົວເຕ້ຍ, ແຕ່ພັດມີເດັກທີ່ໄດ້ຮັບການປິ່ນປົວບໍ່ເຖິງ 300.000 ຄົນຕໍ່ປີ.
ທ່ານ ດຣ. ເສົາປິງຫຍຽນ ຜູ້ຊ່ຽວຊານດ້ານຕ່ອມໄຮ້ທໍ່ຈາກໂຮງໝໍເດັກປັກກິ່ງ ກ່າວວ່າ: ການຮັບການປິ່ນປົວເປັນສິ່ງຈຳເປັນຖ້າອັດຕາການເຕີບໃຫຍ່ຂອງເດັກອາຍຸເກີນ 2 ປີຕໍ່າກວ່າ 5 ຊັງຕີແມັດຕໍ່ປີ ແລະ ຂອງເດັກໄວລຸ້ນຕໍ່າກວ່າ 6 ຊັງຕີແມັດຕໍ່ປີ ພ້ອມເຕືອນວ່າການປິ່ນປົວສາມາດຊ່ວຍໄດ້ພຽງເລັກໜ້ອຍໃນເດັກຜູ້ຊາຍທີ່ມີອາຍຸກະດູກ 13 ປີຂຶ້ນໄປ ແລະ ເດັກຜູ້ຍິງທີ່ມີອາຍຸກະດູກ 11 ປີຂຶ້ນໄປ.
ດຣ. ເສົາ ກ່າວອີກວ່າ: ຮໍໂມນການຈະເລີນເຕີບໃຫຍ່ມີບົດບາດສຳຄັນຕໍ່ຄວາມສູງຂອງຮ່າງກາຍ ເຊິ່ງມັກຈະຫລັ່ງອອກມາສູງສຸດລະຫວ່າງນອນຫລັບຕອນກາງຄືນ. ໝາຍຄວາມວ່າ ເວລານອນຫລັບທີ່ດີທີ່ສຸດຂອງເດັກສ່ວນໃຫຍ່ຄືກ່ອນ 22:00 ໂມງ. ຂະນະເດັກກ່ອນໄວຮຽນຄວນເຂົ້ານອນພາຍໃນ 21:00 ໂມງ ລວມທັງຄວນປັບປຸງໂພຊະນາການ, ສົ່ງເສີມການຫລິ້ນກິລາ ແລະ ກິດຈະກຳກາງແຈ້ງ.
ອ້າງອີງ: ສຳນັກຂ່າວຊິນຮົວ

