ໄບເດັນ ໃຫ້ຄຳໝັ້ນສັນຍາວ່າ ຈະຕອບສະໜອງວັກຊີນປ້ອງກັນໂຄວິດ-19 ໃຫ້ຜູ້ໃຫ່ຍ ໄດ້ພຽງພໍ

ສຳນັກຂ່າວຕ່າງປະເທດ ລາຍງານເມື່ອວັນທີ 3 ມີນານີ້ ໃຫ້ຮູ້ວ່າ ໃນກອງປະຊຸມຖະແຫຼງຂ່າວ ຢູ່ທີ່ທຳນຽບຂາວ ເມື່ອວັນທີ 2 ມີນານີ້ ທ່ານໄບເດັນຖະແຫຼງວ່າ: “ນັກທຸລະກິດຜູ້ຜະລິດຢາ Merck ຈະໃຫ້ການຊ່ວຍເຫຼືອກຸ່ມບໍລິສັດ ຈອນສັນ ແອນ ຈອນສັນ ຜະລິດວັກຊີນ Jassen ເຂັມດຽວ ເພື່ອຈຳໜ່າຍໃຫ້ພຽງພໍ. ພວກເຮົາກຳລັງຍັບເຂົ້າໃກ້ການສະໜອງວັກຊີນປ້ອງກັນໂຄວິດ-19 ໃຫ້ຜູ້ໃຫ່ຍໄດ້ຢ່າງພຽງພໍ ໃນທ້າຍເດືອນພຶດສະພານີ້”.

ເຈົ້າໜ້າທີ່ບໍ່ປະສົງອອກຊື່ຄົນໜຶ່ງເວົ້າກັບ ສຳນັກຂ່າວ ເອພີ ວ່າ ເຖິງວ່າກຳລັງການຜະລິດວັກຊີນຈະແຂງແຮງປານໃດກໍຕາມ  ແຕ່ການສັກວັກຊີນຂອງລັດຖະບານອາດຈະແກ່ຍາວໄປຈົນເຖິງລະດູແລ້ງປີນີ້ ເພາະວ່າການສັກວັກຊີນ ຍັງຂຶ້ນຢູ່ກັບຄວາມອາດສາມາດຕອບສະໜອງວັກຊີນຂອງລັດຖະບານ ບວກກັບຄວາມສະໝັກໃຈຂອງປະຊາຊົນນຳອີກ.

ສູນຄວບຄຸມ ແລະ ປ້ອງກັນພະຍາດລະບາດຂອງສະຫະລັດ ໃຫ້ຮູ້ວ່າ ເມື່ອໄລ່ມາເຖິງຂະນະນີ້ ຊາວອາເມລິກາໄດ້ຮັບການສັກວັກຊີນໄປແລ້ວ 8% ຂອງພົນລະເມືອງທັງໝົດ.