ແຈັກ ໝ່າ ຕົກອັນດັບ ເສຍແຊ້ມຊາວຈີນລວຍທີ່ສຸດ

ແຈັກ ໝ່າ ມະຫາເສດຖີຊາວຈີນ ຜູ້ສ້າງຕັ້ງບໍລິສັດອາລີບາບາ ແລະ ແອນ ກຣຸບ ເສຍຕຳແໜ່ງຊາວຈີນລວຍທີ່ສຸດ ຈາກການຈັດອັນດັບຂອງ Hurun Global Rich List ປີ 2021 ເຊິ່ງຜົນການຈັດອັນດັບຫາກໍເຜີຍແຜ່ອອກໃນວັນທີ 2 ມີນາ 2021.
ຜ່ານມາ, ແຈັກ ໝ່າ ຄອງຕຳແໜ່ງຊາວຈີນລວຍທີ່ສຸດໃນໂລກປີ 2019 ແລະ ປີ 2020, ແຕ່ປີນີ້ ລາວຕົກໄປເປັນອັນດັບທີ 4 ໂດຍອັນດັບທີ 1 ຄື ຈົງ ຊານຊານ ເຈົ້າຂອງບໍລິສັດໜົງຟູ ຜູ້ຜະລິດເຄື່ອງດື່ມ, ອັນດັບ 2 ຄື ໂພນີ ໝ່າ ເຈົ້າຂອງບໍລິສັດເທັນເຊັນ, ອັນດັບ 3 ຄື ຄໍລິນ ຫວາງ ເຈົ້າຂອງບໍລິສັດອີຄອມເມີດພິງຕົວຕົວ.
ລາຍງານການຈັດອັນດັບ ລະບຸວ່າ: ການຕົກຕຳແໜ່ງ 1 ໃນ 3 ມະຫາເສດຖີຈີນລວຍທີ່ສຸດຂອງ ແຈັກ ໝ່າ ເກີດຂຶ້ນຫລັງຈາກລັດຖະບານຈີນເຂົ້າກວດສອບກຸ່ມບໍລິສັດຂອງລາວຢ່າງໜັກ.
ກ່ອນໜ້ານີ້ ໃນເດືອນຕຸລາ 2020 ແຈັກ ໝ່າ ໄດ້ກ່າວສູນທອນພົດຕຳໜິລະບົບລັດຖະບານຈີນ, ຫລັງຈາກນັ້ນ ບໍລິສັດແອນ ກຣຸບ ຂອງລາວຖືກລະງັບການເຮັດໄອພີໂອ ຫລື ການນຳຫຸ້ນອອກຂາຍໃຫ້ປະຊາຊົນທົ່ວໄປຄັ້ງທຳອິດ ເຊິ່ງມີມູນຄ່າສູງເຖິງ 37.000 ລ້ານໂດລາສະຫະລັດ ແລະ ກຸ່ມບໍລິສັດຂອງລາວຖືກກວດສອບຢ່າງໜັກຈາກລັດຖະບານ ລວມທັງ ແຈັກ ໝ່າ ເອງກໍບໍ່ປາກົດຕົວໃນສາທາລະນະເປັນເວລາປະມານ 3 ເດືອນ ຈົນເຄີຍມີຂ່າວວ່າລາວຖືກລັດຖະບານຈີນຄວບຄຸມຕົວ ກ່ອນທີ່ລາວຈະປາກົດຕົວຜ່ານວິດີໂອຄວາມຍາວ 50 ວິນາທີ ເພື່ອຮ່ວມງານໂຄງການການກຸສົນກ່ຽວກັບການສຶກສາຂອງບໍລິສັດຕົນເອງ.

