ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຮຽກຮ້ອງສັກວັກຊີນໃຫ້ປະຊາຊົນ ນັບແຕ່ອາທິດນີ້ເປັນຕົ້ນໄປ.

ຂ່າວຕ່າງປະເທດ ຈາກຫວຽດນາມ ລາຍງານເມື່ອວັນທີ 2 ມີນານີ້ ໃຫ້ຮູ້ວ່າ ການລະບາດຂອງໂຄວິດ-19 ຄັ້ງທີ 3 ໄດ້ສົ່ງຜົນກະທົບຕໍ່ຂົງເຂດເສດຖະກິດຕົ້ນຕໍຂອງປະເທດເຊັ່ນ: ຮາຍເຢືອງ, ຮາຍຟອງ, ກວາງນິງ ແລະ ຮ່າໂນ້ຍ. ແຕ່ໂດຍມີມາດຕະການທີ່ເຂັ້ມງວດຫຼາຍຢ່າງ, ມາເຖິງປັດຈຸບັນ ໂດຍພື້ນຖານແລ້ວ ແມ່ນພວກເຮົາສາມາດຄວບຄຸມສະຖານະການການລະບາດໄວ້ໄດ້, ເວັ້ນເສຍເມືອງ ກີມແທ່ງ ແຂວງຮາຍເຢືອງທີ່ຍັງບໍ່ທັນສາມາດຄວບຄຸມໄດ້. ທ່ານນາຍົກລັດຖະມົນຕີກ່າວວ່າ: “ໂດຍພື້ນຖານແມ່ນພວກເຮົາສາມາດຄວບຄຸມການລະບາດຄັ້ງທີ 3 ນີ້ໄດ້ ແລະ ໄດ້ຮັບການຕີລາຄາສຸງຈາກສາກົນ ວ່າເປັນປະເທດທີ່ສາມາດຄວບຄຸມພະຍາດໄດ້ດີຂອງໂລກ”.
ທ່ານນາຍົກໃຫ້ຮູ້ວ່າ ຂະນະນີ້ ຫວຽດນາມໄດ້ນຳເຂົ້າວັກຊີນແລ້ວ ແຕ່ກໍຍັງຈະຕ້ອງໄດ້ປ້ອງກັນພະຍາດບົນຫຼັກການທີ່ວ່າ “ວັກຊີນ + 5 k”
ນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ສັກວັກຊີນໃຫ້ປະຊາຊົນທີ່ຍາກຈົນ ແລະ ຄອບຄົວເປົ້າໝາຍນະໂຍບາຍ ແລະ 8 ເປົ້າໝາຍທີ່ຈະໄດ້ຮັບສັກວັກຊີນຂອງລັດຖະບານ. ຮຽກຮ້ອງໃຫ້ເລີ່ມສັກໃນອາທິດນີ້, ເປີດຂະບວນການສັກວັກຊີນໃຫ້ກວ້າງຂວາງ, ສັກເທ່ົ່າທີ່ຈະສັກໄດ້ໃຫ້ຫຼາຍທີ່ສຸດໃຫ້ກັບປະຊາຊົນ. ພ້ອມດຽວກັນກໍຕ້ອງສືບຕໍ່ປິດເຂດລະບາດຢູ່ໃນ ຮາຍເຢືອງຢ່າງແຂງແຮງກວ່າເກົ່າ ເພື່ອໃຫ້ທົ່ວທັງປະເທດບໍ່ມີສູນກາງລະບາດຕື່ມອີກ.

