ກຳປູເຈຍຈະຢຸດການຄົ້ນຫາທະຫານ ອາເມລິກາ ທີ່ສູນຫາຍໃນສົງຄາມຫວຽດນາມ

ນາຍົກລັດຖະມົນຕີ ຮຸນເຊນ ຂອງກຳປູເຈຍ ກ່າວໃນວັນທີ 15 ກັນຍາວ່າ: ທ່ານຈະຕອບໂຕ້ອາເມລິກາທີ່ສັ່ງຢຸດການອອກວີຊາໃຫ້ເຈົ້າໜ້າທີ່ລະດັບສູງຂອງກຳປູເຈຍ ໂດຍການຢຸດການຮ່ວມມືກັບອາເມລິກາໃນພາລະກິດຄົ້ນຫາຮ່າງທະຫານຊາວອາເມລິກາທີ່ສູນຫາຍລະຫວ່າງປະຕິບັດໜ້າທີ່ໃນໄລຍະສົງຄາມຫວຽດນາມ.
ເວບໄຊເຟຣດນິວທີ່ສະໜັບສະໜູນລັດຖະບານກຳປູເຈຍ ລາຍງານໂດຍອ້າງຄຳກ່າວຂອງນາຍົກລັດຖະມົນຕີ ຮຸນເຊນ ລະບຸວ່າ: ຈະຢຸດການຮ່ວມມືກັບອາເມລິກາໃນການຄົ້ນຫາຮ່າງຊາວອາເມລິກາອີກ 48 ຄົນທີ່ຍັງສູນຫາຍຢູ່ໃນກຳປູເຈຍ ຈົນກວ່າທັງສອງປະເທດຈະສາມາດຫາຂໍ້ຢຸດຕິບັນຫາຕ່າງໆ ໂດຍສະເພາະເລື່ອງການຫ້າມອອກວີຊາໃຫ້ຊາວກຳປູເຈຍໄດ້. ສະຖານທູດອາເມລິກາຢຸດການອອກວີຊາໃນວັນທີ 13 ກັນຍາ ໂດຍໃຫ້ເຫດຜົນວ່າ: ກຳປູເຈຍປະຕິເສດ ແລະ ດຶງເວລາໃນການຮັບຊາວກຳປູເຈຍທີ່ກະທຳຄວາມຜິດໃນຄະດີອາຍາກັບປະເທດ. ນອກຈາກກຳປູເຈຍແລ້ວ, ອາເມລິກາໄດ້ໃຊ້ມາດຕະການດຽວກັນກັບປະເທດໃນເຂດອາຟຣິກາ ປະກອບມີ ເອຣິເຕຣຍ, ເຊຍຣາເລອອນ ແລະ ກິເນ.
ເຖິງຢ່າງໃດກໍດີ, ກະຊວງການຕ່າງປະເທດກຳປູເຈຍປະຕິເສດວ່າ: ບໍ່ໄດ້ຢຸດ ຫຼື ດຶງເວລາໃນການຮັບຜູ້ຖືກເນລະເທດ, ແຕ່ກຳລັງມີການແກ້ໄຂຂໍ້ຕົກລົງທີ່ເຮັດຂຶ້ນໃນປີ 2002 ເພື່ອຜົນປະໂຫຍດຂອງປະເທດ. ຂະນະທີ່ນາຍົກລັດຖະມົນຕີ ຮຸນເຊນ ໃຫ້ສຳພາດກັບເຟຣດນິວວ່າ: ກະຊວງຈະແຈ້ງອາເມລິກາກ່ຽວກັບການຢຸດພາລະກິດຄົ້ນຫາຜູ້ສູນຫາຍໃນອະນາຄົດອັນໃກ້ ແລະ ກ່າວວ່າ: ການສົ່ງຜູ້ກະທຳຄວາມຜິດກັບມາເປັນການທຳລາຍການພົວພັນ ແລະ ໄຮ້ເຊິ່ງມະນຸດສະທຳ. ທ່ານກ່າວວ່າ: ຊາວກຳປູເຈຍທີ່ຖືກສົ່ງກັບມາບາງຄົນເຖິງຂະໜາດຕັດສິນໃຈຂ້າຕົວຕາຍ. ສ່ວນກຸ່ມນັກເຄື່ອນໄຫວປົກປ້ອງສິດທິມະນຸດບາງກຸ່ມເຫັນພ້ອມ ແລະ ກ່າວວ່າ: ຜູ້ກະທຳຄວາມຜິດບາງຄົນເກືອບບໍ່ໄດ້ໃຊ້ຊີວິດຢູ່ໃນກຳປູເຈຍ ແລະ ຍ້າຍຖິ່ນຖານໄປຢູ່ອາເມລິກາແຕ່ຍັງນ້ອຍ.

