ຈີນ ຮຽກຮ້ອງໃຫ້ ໄບເດັນ ຍົກເລີກພາສີນຳເຂົ້າ

ຂ່າວຕ່າງປະເທດ ວັນທີ 22 ກຸມພາ 2021 ນີ້ ລາຍງານວ່າ ຈີນ ຢາກໃຫ້ລັດຖະບານສະຫະລັດ ສ້າງສາຍພົວພັນລະຫວ່າງສອງປະເທດຄືນໃໝ່, ໃນນັ້ນ ຮຽກຮ້ອງໃຫ້ສະຫະລັດຍົກເລີກພາສີນຳເຂົ້າ ແລະ ມາດຕະການລົງໂທດຕ່າງໆ.

ໃນກອງປະຊຸມຢູ່ທີ່ປັກກິງ, ລັດຖະມົນຕີກະຊວງການຕ່າງປະເທດຈີນ ທ່ານ ຫວັງອີ້ ໄດ້ຮຽກຮ້ອງໃຫ້ ສະຫະລັດ ແລະ ຈີນເປີດກວ້າງການເຈລະຈາຄືນໃໝ່ ທີ່ຖືກຢຸດສະງັກໄປ ໃນສະໄໝຂອງອະດີດປະທານາທິບໍດີ ໂດນັລ ທຣຳ ພ້ອມດຽວກັນນັ້ນຮຽກຮ້ອງໃຫ້ລຶບລ້າງນະໂຍບາຍຂອງອຳນາດການປົກຄອງເກົ່າຂອງສະຫະລັດໄປ.

ທ່ານ ກ່າວເນັ້ນເຖິງການ ຍົກເລີກ ພາສີນຳເຂົ້າ ທີ່ບໍ່ມີເຫດມີຜົນ ຕໍ່ກັບສິນຄ້າຂອງຈີນ, ຄຳສັ່ງລົງໂທດຕໍ່ ຂະແໜງການເທັກໂນໂລຊີ ຂອງຈີນ ພ້ອມດຽວກັນກໍສະແດງຄວາມເປັນຫວ່ງທີ່ສະຫະລັດ ຕິດຕາມຄວບຄຸມນັກສຶກສາຈີນ ແລະ ສື່ມວນຊົນຂອງຈີນ.

ທ່ານ ຫວັງອີ້ ກ່າວຢໍ້າວ່າ: “ໂດຍອີງໃສ່ສະຖານະການຂອງສອງປະເທດໃນປັດຈຸບັນ, ສອງຝ່າຍ ອາດເລີ່ມຕົ້ນຈາກວຽກທີ່ງ່າຍດາຍກວ່າ, ເປັນເຈົ້າການສ້າງຄວາມເຊື່ອໝັ້ນຊຶ່ງກັນແລະກັນ ປັກກິງ ແລະ ວໍຊິງຕັນ ອາດຍັງຈະເຮັດສິ່ງທີ່ຍິ່ງໃຫຍຮ່ວມກັນໃຫ້ກັບໂລກ. ພວກເຮົາເຊື່ອວ່າ ຝ່າຍສະຫະລັດ ຈະປັບປຸງຄືນນະໂຍບາຍຍິ່ງໄວເທົ່າໃດກໍຍິ່ງດີເທົ່ານັ້ນ.