ມວນຊົນຂັ້ນທ້ອງຖິ່ນ ຍັງມີສິ່ງທ້າທາຍຫລາຍດ້ານ ທີ່ຈະຕ້ອງໄດ້ສູ້ຊົນ

ຕະຫລອດໄລຍະ 10 ປີຜ່ານ, ສື່ມວນຊົນແຂວງບໍລິຄຳໄຊ ໄດ້ຮັບການສ້າງຕັ້ງ, ເຄື່ືອນໄຫວ ແລະ ມີການປັບປຸງພັດທະນາເທື່ອລະກ້າວຢ່າງບໍ່ຢຸດຢັ້ງ ເປັນແຕ່ລະໄລຍະ ເພື່ອຮັບປະກັນໃຫ້ແກ່ການເຜີຍແຜ່ແນວທາງການເມືອງຂອງພັກ, ລະບຽບກົດໝາຍຂອງລັດ, ຂໍ້ມູນຂ່າວສານ-ສາລະໜ້າຮູ້, ການບັນເທີງອື່ນໆ ໄດ້ເປັນຢ່າງດີ ແລະ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານໄລຍະໃໝ່ ແລະ ສື່ມວນຊົນ ຍັງມີສິ່ງທ້າທາຍຫລາຍດ້ານ ທີ່ຈະຕ້ອງໄດ້ສູ້ຊົນ.
ທ່ານ ອຸດອນ ສອນສຸລິນ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນໂອກາດວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 70 ປີ ເມື່ອບໍ່ດົນມານີ້ວ່າ: ໃນຍຸກປັດຈຸບັນ ສື່ມວນຊົນພວກເຮົາຍັງມີສິ່ງທ້າທາຍຫລາຍດ້ານ ໂດຍສະເພາະສື່ມວນຊົນຢູ່ຂັ້ນທ້ອງຖິ່ນ ແຂວງ-ເມືອງ, ກ່ອນອື່ນໝົດແມ່ນດ້ານບຸກຄະລາກອນຍັງບໍ່ພຽງພໍ, ຄວາມຮູ້ຄວາມສາມາດສະເພາະດ້ານຍັງຈໍາກັດ, ພື້ນຖານດ້ານວັດຖຸເຕັກນິກ, ເຄື່ອງມືອຸປະກອນ, ພາຫະນະ ແລະ ງົບປະມານ ນໍາໃຊ້ເຂົ້າວຽກງານສື່ມວນຊົນ ຍັງຕອບສະໜອງບໍ່ທັນໄດ້ຕາມຄວາມຮຽກຮ້ອງຕ້ອງການອັນຈໍາເປັນ, ແຕ່ ສື່ແບບໃໝ່ມີການຂະຫຍາຍຕົວ ກະທົບຕໍ່ລະບົບສື່ມວນຊົນແບບເກົ່າ ທີ່ເຄີຍນໍາໃຊ້ຜ່ານມາ ບໍ່ສາມາດເຄື່ອນໄຫວຕາມແບບກຸ້ມຕົນເອງໄດ້, ການນໍາໃຊ້ສື່ແບບໃໝ່ກໍ່ແມ່ນຄວາມຮູ້ໃໝ່ ຍັງຂາດຄວາມຊໍານິຊໍານານງານ. ອີກດ້ານໜຶ່ງແຂວງບໍລິຄໍາໄຊ ມີຊາຍແດນຕິດກັບປະເທດເພື່ອນບ້ານ ເບື້ອງຕາເວັນຕົກຍາວເກືອບ 200 ກິໂລແມັດ ສາມາດສື່ສານດ້ານພາສາຢ່າງສະບາຍ ມີພື້ນຖານສື່ມວນຊົນທີ່ແຂງແຮງ ໄດ້ຄວບຄຸມເຂົ້າມາພື້ນທີ່ແຂວງບໍລິຄຳໄຊ ສົ່ງຜົນສະທ້ອນທາງກົງ ແລະ ທາງອ້ອມ ໃນແຕ່ລະດ້ານຢ່າງຫລີກ ລ່ຽງບໍ່ໄດ້.
ຕໍ່ໜ້າສະພາບການດັ່ງກ່າວ, ໃນຕໍ່ໜ້ານີ້ແຂວງບໍລິຄໍາໄຊ ຈະສູ້ຊົນປັບປຸງ ແລະ ພັດທະນາວຽກງານສື່ມວນຊົນ ໂດຍການຫັນເປັນທັນສະໄໝເທື່ອລະກ້າວ, ສ້າງຕັ້ງ ແລະ ນໍາໃຊ້ສື່ແບບໃໝ່ທີ່ເປັນທາງການຢູ່ຂັ້ນເມືອງ, ພະແນກການກົມກອງ ເພື່ອໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງພັກຢ່າງກວ້າງຂວາງ ເຂົ້າເຖິງເປົ້າໝາຍໄດ້ທຸກສະຖານທີ່-ທຸກເວລາ, ບໍາລຸງຍົກລະດັບພະ ນັກງານບັນນາທິການ, ວິຊາການດ້ານສື່ມວນຊົນໃຫ້ສົມຄູ່ກັບໜ້າທີ່ຄວາມຮັບຜິດຊອບສູງຂຶ້ນ ເພື່ອປັບປຸງຮູບການ ແລະ ເນື້ອໃນໃຫ້ມີຄວາມຫລາກຫລາຍອຸດົມສົມບູນ, ຫັນໜັງສືພິມເຈ້ຍ ໄປເປັນໜັງສືພິມເອເລັກໂຕນິກ, ປັບປຸງຂອດປະສານງານ ຕາໜ່າງການພົວພັນໃນລະບົບສື່ມວນຊົນ ຈາກເມືອງຫາແຂວງ, ຈາກແຂວງຫາສູນກາງໃຫ້ມີຄວາມຄ່ອງໂຕວ່ອງໄວ ທັນເຫດການ. ພ້ອມນີ້, ກໍສຸມໃສ່ຊຸກຍູ້ການນໍາໃຊ້ໂທລະໂຄ່ງຢູ່ຂັ້ນບ້ານ ໄດ້ນໍາເອົາຂໍ້ມູນຂ່າວສານຕ່າງໆ ໄປຈັດຕັ້ງເຜີຍແຜ່ເຂົ້າສູ່ຊີວິດຕົວຈິງຂອງປະຊາຊົນໃຫ້ເປັນປົກກະຕິຕໍ່ເນື່ອງ. ເພື່ອເຮັດໃຫ້ສື່ມວນຊົນກ້າວສູ່ຈຸດໝາຍປາຍທາງອັນທັນສະໄໝ ສິ່ງສຳຄັນແມ່ນຄວາມເປັນເຈົ້າການຂອງສື່ມວນຊົນເອງ ແລະ ການມີສ່ວນຮ່ວມຈາກຫລາຍພາກສ່ວນ ທັງພາກລັດ, ເອກະຊົນ ແລະ ສັງຄົມ ຢ່າງແໜ້ນແຟ້ນ ຈຶ່ງຈະເຮັດໃຫ້ສື່ມວນຊົນກ້າວສູ່ການພັດທະນາໃນຕໍ່ໜ້າ.

