ວັນທີ 15 ກຸມພາ 2021 ນີ້: ເຈົ້າໜ້າທີ່ເມືອພູວົງ ແຂວງອັດຕະປື ໄດ້ຈູດທຳລາຍສິນຄ້ານອກລະບົບ, ສິນຄ້າເຊື່ອມຄຸນນະພາບ ແລະ ສິນຄ້າໝົດອາຍຸ ຫລາຍລາຍການ, ລວມມູນຄ່າ 39 ລ້ານກວ່າກີບ, ເຊິ່ງພິທີຈູດທໍາລາຍໄດ້ຈັດຂຶ້ນເມື່ອບໍ່ດົນຜ່ານມານີ້ທີ່ຫ້ອງການອຸດສະຫະກຳ ແລະ ການຄ້າເມືອງ, ໂດຍການເຂົ້າຮ່ວມທ່ານ ທິດສະຫວັນ ໄຊຍະແສງ ຮອງເຈົ້າເມືອງພູວົງ, ມີທ່ານ ພູໄຊ ວໍລະລາດ ຮອງຫົວໜ້າພະແນກອຸດສະຫະກຳ ແລະ ການຄ້າ ແຂວງອັດຕະປື, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ວິໄລວັນ ໄຊຍະບຸນຮາຍ ຫົວໜ້າຫ້ອງການອຸດສະຫະກຳ ແລະ ການຄ້າ ເມືອພູວົງ ໄດ້ກ່າວວ່າ: ສິນຄ້າທີ່ນຳມາທຳລາຍຄັ້ງນີ້ ເປັນສິນຄ້າທີ່ທາງເຈົ້າໜ້າທີ່ກວດກາການຄ້າ ເມືອງພູວົງ ໄດ້ລົງກວດກາຢູ່ບັນດາຫົວໜ່ວຍທຸລະກິດ ຫ້າງຮ້ານ ຂາຍຍົກ-ຂາຍ່ອຍ ຕາມຕະຫລາດ ໃນຂອບເຂດທົ່ວເມືອງ ເຊິ່ງໄດ້ເຄື່ອນໄຫວ ມີ 45 ຄັ້ງ,ມີ 270 ເທື່ອຄົນ, ໄດ້ສ້າງບົດບັນທຶກຕັກເຕືອນຫົວໜ່ວຍທຸລະກິດ ມີ 12 ຄັ້ງ, ມີ 55 ສະບັບ,ໄດ້ຢຶດສິນຄ້າ ມີ 22 ລາຍການ, ລວມມູນຄ່າ 44 ລ້ານກ່ວາກີບ.
ໃນນີ້,ສິນຄ້າໝົດອາຍຸການນ້ຳໃຊ້ໝວດສະບຽງອາຫານ ມີ 10 ລາຍການ, ລວມມູນຄ່າ 22 ລ້ານກວ່າກີບ, ໝວດເຄື່ອງໃຊ້ ມີ 6 ລາຍການ, ມູນຄ່າ 8 ລ້ານກວ່າກີບ, ສິນຄ້ານອກລະບົບ,ເກືອດຫ້າມນຳເຂົ້າ ແລະ ຫ້າມນຳເຂົ້າ ມີ 6 ລາຍການ, ມູນຄ່າ 13 ລ້ານກ່ວາກີບ, ສ່ວນປະເພດໄມ້ແມ່ນບໍ່ໄດ້ທຳລາຍ .