ໄຊຍະບູລີ ເປີດກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 10 ສະໄໝທີ VII

ວັນທີ 25 ທັນວາ 2023 ໄຊຍະບູລີ ໄດ້ເປີດກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 10 ສະໄໝທີ VII ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງໄຊຍະບູລີ ເປັນປະທານຂອງ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ.
ໃນກອງປະຊຸມ, ສະຫາຍ ພົງສະຫວັນ ສິດທະວົງ ໄດ້ກ່າວເປີດກອງປະຊຸມວ່າ: ໂດຍປະຕິບັດຕາມກົດລະບຽບຂອງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ແລະ ໂຄງການດໍາເນີນງານຂອງຄະນະບໍລິຫານງານພັກແຂວງ. ມື້ນີ້, ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 10 ສະໄໝທີ VII ໄດ້ເປີດຂຶ້ນຢ່າງເປັນທາງການ ຊຶ່ງຢູ່ໃນບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ເວົ້າລວມ, ເວົ້າສະເພາະປະຊາຊົນບັນດາເຜົ່າຊາວແຂວງໄຊຍະບູລີ ໄດ້ຕັ້ງໜ້າອອກແຮງແຂ່ງຂັນກັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງແຂວງ ຕິດພັນກັບ 2 ວາລະແຫ່ງຊາດ ແນໃສ່ແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດ ເພື່ອເປັນພື້ນຖານໃນການຂັບເຄື່ອນ ເຮັດໃຫ້ເສດຖະກິດ-ການເງິນ, ເງິນຕາ, ສິນຄ້າ ມີຄວາມສະຫງົບໝັ້ນທ່ຽງ ໄປພ້ອມກັບການເອົາໃຈໃສ່ແກ້ໄຂບັນຫາຫຍໍ້ທໍ້ຕ່າງໆໃນສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງເປັນກ້າວໆ ແລະ ຫາກໍພ້ອມກັນຈັດຕັ້ງສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 48 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ ຜ່ານມານີ້ ໄປພ້ອມກັບການສືບຕໍ່ຍູ້ຂະບວນການດ້ານຕ່າງໆ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ 20 ມັງກອນ ຄົບຮອບ 75 ປີ, ວັນເກີດຂອງທ່ານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ແລະ ກໍເປັນໄລຍະທີ່ປະຊາຊົນບັນດາເຜົ່າຊາວແຂວງໄຊຍະບູລີ ພວມຂຸ້ນຂ້ຽວເກັບກູ້ຜົນຜະລິດລະດູປີ ແລະ ກ້າວເຂົ້າສູ່ການຜະລິດລະດູແລ້ງ ແລະ ກໍຢູ່ໃນບັນຍາກາດກະກຽມ ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ຄ.ສ 2024 ທີ່ຈະມາເຖິງ ຢ່າງເປັນຂະບວນຟົດຟື້ນ.
ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຄັ້ງນີ້ ມີຄວາມໝາຍຄວາມສໍາຄັນຫຼາຍ ພວກເຮົາຈະໄດ້ພ້ອມກັນຄົ້ນຄວ້າປຶກສາຫາລື ແລະ ຕີລາຄາຄວາມຮັບຜິດຊອບການເມືອງ ຂອງຄະນະພັກຂັ້ນຕ່າງໆ ໃນໄລຍະ 1 ປີຜ່ານມາ ຂອງການນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດບັນດາມະຕິ, ຄໍາສັ່ງ, ຄໍາແນະນໍາ, ລະບຽບກົດໝາຍ ໃນວາລະທ້າຍສະໄໝກອງປະຊຸມໃຫຍ່ ເພື່ອໃຫ້ເຫັນໄດ້ດ້ານດີ, ຜົນໄດ້ຮັບ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ຂໍ້ຂາດຕົກບົກຜ່ອງ ແລະ ບົດຮຽນທີ່ຖອດຖອນໄດ້ ຄືແນວໃດນັ້ນ ແລະ ພ້ອມກັນຄົ້ນຄວ້າ ແລະ ເອກະພາບ ກ່ຽວກັບການກຳນົດທິດທາງແຜນການ ປີ 2024 ຢ່າງກົງໄປ-ກົງມາ ແລະ ເປັນເອກະພາຍໃນພັກ.
ກອງປະຊຸມຈະໄດ້ດໍາເນີນ ເປັນເວລາ 2 ວັນເຕັມ ແລະ ແບ່ງອອກເປັນ 2 ວາລະຄື:  ວາລະ ທີ 1: ກອງປະຊຸມຈະໄດ້ສະຫຼຸບຕີລາຄາການນໍາພາ-ຊີ້ນຳວຽກງານຮອບດ້ານ ໃນໄລຍະ 1 ປີ ຜ່ານມາ ຂອງຄະນະບໍລິຫານງານພັກແຂວງ ປະຈໍາປີ 2023 ແລະ ທິດທາງແຜນການວຽກຈຸດສຸມ ປີ 2024; ຕີລາຄາການນຳພາ-ຊີ້ນຳ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ປີ 2023 ແລະ ທິດທາງແຜນການປີ 2024 ແລະ ວາລະທີ 2: ຈະໄດ້ຈັດພິທີປະກາດການຈັດຕັ້ງ ພະນັກ ງານນໍາພາ-ຄຸ້ມຄອງ ອອກພັກການຮັບອຸດໜູນບໍານານ ແລະ ປະກາດຍົກຍ້າຍ, ແຕ່ງຕັ້ງ, ບົ່ງຕົວແຕ່ງຕັ້ງພະນັກງານການນໍາຂັ້ນແຂວງ, ຂັ້ນເມືອງ, ເລຂາຄະນະພັກຮາກຖານອ້ອມຂ້າງແຂວງ ຈໍານວນໜຶ່ງ. ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ບັນລຸຈຸດປະສົງຄາດໝາຍທີ່ວາງໄວ້, ຂ້າພະເຈົ້າຮຽກ ຮ້ອງມາຍັງບັນດາສະຫາຍ ຜູ້ແທນກອງປະຊຸມ ຈົ່ງເຊີດຊູຄວາມຮັບຜິດຊອບຂອງຕົນໃຫ້ສູງ ເຂົ້າໃນການຄົ້ນຄວ້າປະກອບຄໍາຄິດ-ຄໍາເຫັນ, ຍົກໃຫ້ເຫັນໄດ້ຈຸດດີທີ່ພົ້ນເດັ່ນ, ພ້ອມກັນນີ້ ກໍຈິງໃຈກ້າຍົກຈຸດອ່ອນຂໍ້ຄົງຄ້າງ, ຂໍ້ຂາດຕົກບົກຜ່ອງ ໃນການນໍາພາ-ຊີ້ນໍາຂອງຕົນ ເພື່ອແລກປ່ຽນນໍາກັນ, ສາມາດຖອດຖອນໄດ້ບົດຮຽນໃນຕໍ່ໜ້າ ເຮັດໃຫ້ຂະບວນການວຽກງານຕ່າງໆ ມີການຫັນປ່ຽນທີ່ຕັ້ງໜ້າໄດ້ຮັບຜົນດີກວ່າເກົ່າ, ທັງຮັບປະກັນໃຫ້ມີຄວາມເປັນເອກະພາບໃນດ້ານທັດສະນະແນວຄິດ ແລະ ສ້າງຄວາມຕັດສິນໃຈ, ເພີ່ມທະວີຄວາມຮັບຜິດຊອບ ໃນການເຮັດວຽກແທດເຖິງຕົວຈິງ ເພື່ອສືບຕໍ່ຈັດຕັ້ງປະຕິບັດຄາດໝາຍສູ້ຊົນ ທີ່ກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງວາງອອກ ໃນທ້າຍສະໄໝໄດ້ຮັບການຈັດຕັ້ງປະຕິບັດເປັນຮູບປະທໍາຕາມ 4 ເນື້ອໃນ 4 ຄາດໝາຍ ຢ່າງເລິກເຊິ່ງ, ໜັກແໜ້ນ ແລະ ບັນລຸມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ IX ຂອງລັດຖະບານວາງອອກໃຫ້ປະກົດຜົນເປັນຈິງ ສືບຕໍ່ປະຕິບັດພາລະກິດປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ ເຮັດໃຫ້ແຂວງໄຊຍະບູລີ ຮັ່ງມີເຂັ້ມແຂງ, ປະຊາຊົນມີຄວາມຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ ຢ່າງບໍ່ຢຸດຢັ້ງ.
อาจเป็นรูปภาพของ 3 คน, แท่นบรรยาย และ ข้อความ