ຄະນະກຳມະການແຫ່ງຊາດ ດ້ານໂພຊະນາການ ສະຫລຸບວຽກງານປະຈຳປີ 2020

ກອງປະຊຸມແຫ່ງຊາດ ດ້ານໂພຊະນາການ ຄັ້ງທີ VI ແລະ ກອງປະຊຸມຄະນະກຳມະການແຫ່ງຊາດ ດ້ານໂພຊະນາການປະຈຳປີ 2020 ໄດ້ຈັດຂຶ້ນໃນວັນທີ 12 ກຸມພາ 2021 ທີ່ຫໍປະຊຸມແຫ່ງຊາດ ໂດຍມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກຳມະການແຫ່ງຊາດດ້ານໂພຊະນາການ, ມີທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ຮອງປະທານຄະນະກໍາມະການແຫ່ງຊາດດ້ານໂພຊະນາການ, ທ່ານ ນາງ ອີນາ ມາຊິນູຣິເຕ ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ຂອງສະຫະພາບເອີລົບ ປະຈຳ ສປປ ລາວ, ທ່ານ ປີເຕີ ເຮມ້ອນ ເອກອັກຄະລັດຖະທູດ ສະຫະລັດອະເມລິກາ ປະຈຳ ສປປ ລາວ ພ້ອມດ້ວຍຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສອນໄຊ ສີພັນດອນ ໄດ້ກ່າວນີ້ວ່າ: ກອງປະຊຸມຄະນະກຳມະການແຫ່ງຊາດດ້ານໂພຊະນາການຄັ້ງທີ VI ແມ່ນກ້າວເຂົ້າສູ່ ປີທີ 5 ແຫ່ງການຈັດຕັ້ງປະຕິບັດຍຸດທະສາດ ແລະ ແຜນງານດ້ານໂພຊະນາການ (2016-2020) ໃນກອງປະຊຸມຄັ້ງນີ້ພວກເຮົາຈະໄດ້ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດ ວຽກງານປະຈຳປີ 2020, ຮ່າງແຜນການ ປີ 2021 ແລະ ຄວາມຄືບໜ້າໃນການກະກຽມແຜນປະຕິບັດງານ ດ້ານໂພຊະນາການ 5 ປີ 2021-2025 ເຊິ່ງພວກເຮົາ ຈະໄດ້ພ້ອມກັນຄົ້ນຄວ້າຖອດຖອນບົດຮຽນ ເພື່ອປັບປຸງວຽກງານໃນຕໍ່ໜ້າ; ການຈັດຕັ້ງປະຕິບັດ ວຽກງານໂພຊະນາການ ປະຈຳປີ 2020 ເຊິ່ງເປັນປີມ້ວນທ້າຍ ຂອງການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ຂອງລັດຖະ ບານ ທີ່ໄດ້ສືບຕໍ່ຈັດຕັ້ງປະຕິບັດ 22 ມາດຕະການ ທີ່ເປັນບູລິມະສິດໃນຂັ້ນແຂວງ, ເມືອງ ແລະ ບ້ານ ເຊິ່ງໄດ້ກຳນົດໄວ້ ໃນຍຸດທະສາດແຫ່ງຊາດ ດ້ານໂພຊະນາການ. ໃນໄລຍະຜ່ານມາຄະນະກຳມະການ ແຫ່ງຊາດດ້ານໂພຊະນາການ ທຸກຂັ້ນໄດ້ສຸມໃສ່ ຊີ້ນຳ-ນຳພາ ເພື່ອໃຫ້ບັນລຸຕາມຄາດໝາຍຕົວຊີ້ບອກດ້ານໂພຊະນາການ ໂດຍສະເພາະແມ່ນການປ້ອງກັນ ການຂາດສານອາຫານໃນໄລຍະ 1000 ວັນທໍາອິດຂອງຊີວິດ.
ມາຮອດປີ 2020 ຕາມການປະເມີນຂອງ ລະບົບຂໍ້ມູນສາທາລະນະສຸກ ເຫັນວ່າມີຄວາມຄືບໜ້າດີພໍສົມຄວນ ເປັນຕົ້ນ: ອັດຕາການຂາດສານອາຫານຊໍາເຮື້ອ ແມ່ນໄດ້ຫລຸດລົງຈາກ 44% ໃນປີ 2012 (LSIS1) ມາເປັນ 33% ໃນປີ 2017 (LSIS2) ແລະ ເປັນ 24.3% ໃນປີ 2020 (DHIS2); ອັດຕານໍ້າໜັກຫລຸດມາດຕະຖານໄດ້ຫລຸດລົງຈາກ 25.5% ໃນປີ 2012 ມາເປັນ 21% ປີ 2017 ແລະ ເປັນ 18.9% ໃນປີ 2020 (DHIS2), ອັດຕາສ່ວນຂອງເດັກນ້ອຍທີ່ໄດ້ຮັບການລ້ຽງລູກດ້ວຍນົມແມ່ພຽງຢ່າງດຽວ ໄດ້ເພີ່ມຂຶ້ນຈາກ 40% ໃນປີ 2012 ເປັນ 45% ໃນປີ 2017 ແລະ ຍັງມີຫລາຍຕົວຊີ້ບອກດ້ານໂພຊະນາການ ອີກຫລາຍອັນທີ່ໄດ້ຮັບການປັບປຸງດີຂຶ້ນ. ຜົນສຳເລັດດັ່ງກວ່ານີ້ກໍຍ້ອນວ່າມີການຊີ້ນຳຢ່າງໃກ້ຊິດ ຂອງຄະນະກຳມະການດ້ານໂພຊະນາການ ທຸກຂັ້ນ, ໄດ້ຮັບການປະກອບສ່ວນຈາກຂະແໜງການຕ່າງໆ, ໄດ້ຮັບການຮ່ວມມືສະໜັບສະໜູນຊ່ວຍເຫລືອຈາກປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ພາກເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມ.
ທ່ານ ສອນໄຊ ສີພັນດອນ ຍັງໄດ້ກ່າວຕື່ມອີກວ່າ: ການລົງທຶນໃສ່ດ້ານໂພຊະນາການ ມີຈຸດປະ ສົງເພື່ອພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນະພາບ, ໃນ ສປປ ລາວ ເຖິງຈະແກ້ໄຂບັນຫາດ້ານໂພຊະນາການໄດ້ໃນລະດັບໃດໜຶ່ງ ແຕ່ໃນປະຈຸບັນກໍຍັງມີຍັງມີເດັກນ້ອຍ 1 ໃນ 3 ຄົນ ຫລື ຈໍານວນປະມານເກືອບ 3 ແສນຄົນ ທີ່ຈະເປັນອະນາຄົດຂອງຊາດ ຍັງສ່ຽງຕໍ່ການຂາດສານອາຫານ ເຊິ່ງຈະມີຜົນກະທົບຕໍ່ການພັດທະນາການດ້ານຮ່າງກາຍ ແລະ ມັນສະໝອງ ເຊິ່ງມີຫລາຍສາເຫດ ເຊັ່ນ: ການຄ້ຳປະ ກັນສະບຽງອາຫານ, ສະພາບດິນຟ້າອາກາດປ່ຽນແປງ, ໄພພິບັດທາງໄພທຳມະຊາດ, ນໍ້າຖ້ວມ ຫລື ໄພແລ້ງ ແລະ ອັກຄີໄພ, ປະຊາຊົນມີພຶດຕິກຳ ການບໍລິໂພກອາຫານທີ່ບໍ່ຫລາກຫລາຍພຽງພໍ. ນອກຈາກນັ້ນ, ຍັງພົບວ່າປະຊາຊົນ ເກີດບັນຫາໂພຊະນາການເກີນ ແລະ ຕຸ້ຍ ທັງໃນເດັກ ແລະ ຜູ້ໃຫຍ່ ເພີ່ມຂຶ້ນ ເຊິ່ງພົວພັນມາຈາກພຶດຕິກຳ ໃນການບໍລິໂພກອາຫານທີ່ ບໍ່ຖືກຫລັກໂພຊະນາການ ເປັນເຫດໃຫ້ມີຜົນກະທົບຕໍ່ສຸຂະພາບ, ເສດຖະກິດ ແລະ ສັງຄົມ.



