ຕົວແທນໄວໜຸ່ມລາວ ປຶກສາຫາລື ຊອກຫາວິທີແກ້ໄຂບັນຫາການແຕ່ງດອງກ່ອນໄວອັນຄວນ, ການບັງຄັບແຕ່ງດອງ ແລະ ການຢູ່ຮ່ວມກັນ

ວັນທີ 17 ກັນຍາ 2025 ຕົວແທນຂອງໄວໜຸ່ມໃນນະຄອນຫລວງວຽງຈັນ ຈັດກອງປະຊຸມສໍາມະນາ ເພື່ອປຶກສາຫາລື ແລະ ຊອກຫາວິທີແກ້ໄຂບັນຫາການແຕ່ງດອງກ່ອນໄວອັນຄວນ, ການບັງຄັບແຕ່ງດອງ ແລະ ການຢູ່ຮ່ວມກັນ ໂດຍການເປັນປະທານຂອງ ທ່ານ ນາງ ແຄໂຣລ໌ ໂມແທນສັນ, ຜູ້ອໍານວຍການ ອົງການແພລນສາກົນປະຈໍາ ສປປ ລາວ.

ຈາກການສຶກສາ ໃນປີ 2024 ໄດ້ເປີດເຜີຍວ່າ ສປປ ລາວ ມີອັດຕາການແຕ່ງດອງກ່ອນໄວ ແລະ ການຖືພາໃນໄວໜຸ່ມສູງທີ່ສຸດແຫ່ງໜຶ່ງໃນພາກພື້ນອາຊີຕາເວັນອອກສຽງໃຕ້ ຄິດໄລ່ 1 ໃນ 3 ຂອງໄວໜຸ່ມຍິງທີ່ມີ ອາຍຸລະຫວ່າງ 20-24 ປີ ແຕ່ງດອງກ່ອນທີ່ຈະມີອາຍຸຄົບ 18 ປີ. ຍິ່ງໄປກວ່ານັ້ນ, 16.7% ຂອງຍິງໜຸ່ມໃນກຸ່ມອາຍຸດຽວກັນໄດ້ໃຫ້ກໍາເນີດລູກຄົນທໍາອິດກ່ອນທີ່ພວກເຂົາຈະໄດ້ສະຫລອງວັນເກີດຄົບຮອບ 18 ປີຂອງຕົນເອງ ອີງຕາມຂໍ້ມູນລ່າສຸດຈາກການສໍາຫລວດຕົວຊີ້ວັດສັງຄົມລາວ ຄັ້ງທີ III (LSIS III) ທີ່ລັດຖະບານ ສປປ ລາວ ຮ່ວມມືກັບ UNFPA ແລະ UNICEF ໄດ້ລາຍງານໃນປີ 2024.

ອົງການແພລນສາກົນປະຈໍາ ສປປ ລາວ ໄດ້ສຸມໃສ່ການສ້າງຄວາມເຂັ້ມແຂງໃຫ້ແກ່ເດັກຍິງ ແລະ ເຮັດວຽກຮ່ວມກັບໄວໜຸ່ມ, ຊຸມຊົນ, ແລະ ອຳນາດການປົກຄອງ ເພື່ອສ້າງຄວາມຮັບຮູ້ຜ່ານການສົ່ງເສີມ ການສຶກສາສຸຂະພາບທາງເພດຮອບດ້ານ ທັງໃນໂຮງຮຽນ ແລະ ໃນຊຸມຊົນ, ໂດຍສະເພາະໃນພາກເໜືອຂອງ ສປປ ລາວ.

ທ່ານ ນາງ ແຄໂຣລ໌ ໂມແທນສັນ ຜູ້ອໍານວຍການ ອົງການແພລນສາກົນປະຈໍາ ສປປ ລາວ ໄດ້ກ່າວວ່າ: “ພວກເຮົາເຊື່ອວ່າ ການເຮັດວຽກຮ່ວມກັບໄວໜຸ່ມ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງ ຈະສາມາດຢຸດຕິການແຕ່ງດອງກ່ອນໄວ ແລະ ການຖືພາໃນໄວໜຸ່ມໄດ້, ເຊິ່ງບັນຫາດັ່ງກ່າວນີ້ ມີຜົນກະທົບຢ່າງໃຫຍ່ຫລວງຕໍ່ຊີວິດຂອງເດັກ-ໄວໜຸ່ມ ແລະ ເສດຖະກິດຂອງປະເທດ. ບັນຫາເຫລົ່ານີ້ມີຄວາມເຊື່ອມໂຍງກັນຢ່າງເລິກເຊິ່ງ, ສ້າງວົງຈອນຄວາມທຸກຍາກ ແລະ ເຮັດໃຫ້ເສີມຂະຫຍາຍຄວາມດ້ອຍພັດທະນາທີ່ບໍ່ພຽງແຕ່ສົ່ງຜົນກະທົບຕໍ່ບຸກຄົນ ແລະ ຄອບຄົວເທົ່ານັ້ນ ແຕ່ຍັງສົ່ງຜົນກະທົບຕໍ່ການພັດທະນາຊັບພະຍາກອນມະນຸດ ແລະ ການເຕີບໂຕທາງດ້ານເສດຖະກິດຂອງປະເທດອີກດ້ວຍ.”

“ກອງປະຊຸມສຳມະນານີ້ ເປັນສ່ວນໜຶ່ງຂອງການເຄື່ອນໄຫວລະດັບໂລກ ທີ່ອົງການແພລນສາກົນ ແລະ ຄູ່ຮ່ວມງານຂອງພວກເຮົາກຳລັງລົງທຶນສຸມໄສ່ ເພື່ອສ້າງຜູ້ນຳແຫ່ງການປ່ຽນແປງ, ໂດຍສະເພາະແມ່ນໃນກຸ່ມໄວໜຸ່ມ ຜູ້ທີ່ສາມາດເປັນກະບອກສຽງໃຫ້ແກ່ພວກເຂົາເອງ. ແຕ່ພວກເຮົາຕ້ອງຮັບປະກັນວ່າສຽງຂອງພວກເຂົາຈະຖືກຮັບຟັງ,” ທ່ານ ນາງ ແຄໂຣລ໌ ໂມແທນສັນ ໄດ້ກ່າວຕື່ມ.

ອົງການແພລນສາກົນ ປະຈຳ ສປປ ລາວ ແລະ ຄູ່ຮ່ວມງານ, ລວມທັງພາກລັດຖະບານ, ອົງການສະຫະປະຊາຊາດ ແລະ ອົງການຈັດຕັ້ງທາງສັງຄົມ, ກໍາລັງເຮັດວຽກຮ່ວມກັບເດັກຍິງ ແລະ ໄວໜຸ່ມຍິງ ເພື່ອສົ່ງເສີມສິດທິຂອງພວກເຂົາ. ອົງກອນດັ່ງກ່າວຈະສືບຕໍ່ສະໜັບສະໜູນສິດທິຂອງເດັກຍິງ, ເພາະວ່າສິດທິຂອງເດັກຍິງແມ່ນສິດທິມະນຸດ, ຜ່ານກິດຈະກຳຕ່າງໆ ຕະຫຼອດປີ 2025, ລວມທັງກິດຈະກຳສໍາລັບວັນເດັກຍິງສາກົນ ແລະ ວັນສາກົນເພື່ອຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ.