ໜຸ່ມ 15 ແຕ່ງດອງກັບຍິງອາຍຸ 73
ອິນໂດເນເຊຍຮືຮາຄູ່ແຕ່ງດອງຕ່າງໄວ ເດັກໜຸ່ມອາຍຸ 15 ປີ ແຕ່ງດອງກັບຄົນຮັກເປັນຍິງອາຍຸ 73 ປີ ຢູ່ບ້ານທີ່ຫ່າງໄກໃນແຂວງເຊົາສຸມາຕຣາ ເພາະຝ່າຍຊາຍຂູ່ຂ້າຕົວຕາຍຖ້າຖືກຂັດຂວາງຄວາມຮັກຄັ້ງນີ້ກັບຍິງລຸ້ນແມ່ຕູ້.
ການແຕ່ງດອງຂອງຄູ່ຮັກຕ່າງໄວມີຂຶ້ນຢູ່ບ້ານຫ່າງໄກແຫ່ງໜຶ່ງໃນແຂວງເຊົາສຸມາຕຣາ ເກາະສຸມາຕຣາ ຂອງອິນໂດເນເຊຍ ຝ່າຍຍິງຄື ໂຣຮາຍາ ບິນຕີ ຄີກັດ ໂມຮຳເໝັດ ຈັກຟາ ອາຍຸ 73 ປີ, ຝ່າຍຊາຍເຈົ້າບ່າວຄື ເຊລາເມດ ຣິຍາດີ ເດັກໜຸ່ມອາຍຸພຽງແຕ່ 15 ປີ ທ່າມກາງສັກຂີພິຍານບຸກຄົນໃກ້ຊິດ ແລະ ນາຍບ້ານ ເຊິ່ງລະບຸວ່າການແຕ່ງດອງຈຳເປັນຕ້ອງມີຂຶ້ນ ເພາະຝ່າຍຊາຍຂູ່ຂ້າຕົວຕາຍຖ້າຖືກຂັດຂວາງການແຕ່ງດອງ ຈຶ່ງຈຳເປັນຕ້ອງຈັດພິທີແຕ່ງດອງແບບສ່ວນຕົວໃນວັນທີ 2 ກໍລະກົດ 2017 ເນື່ອງຈາກກົດໝາຍອິນໂດເນເຊຍອະນຸຍາດຝ່າຍຊາຍແຕ່ງດອງໄດ້ນັບແຕ່ອາຍຸ 19 ປີ, ສ່ວນຝ່າຍຍິງຕ້ອງອາຍຸຮອດ 16 ປີ.
ຄູ່ຮັກຕ່າງໄວນີ້ ພົບຮັກກັນເພາະຝ່າຍຍິງຊ່ວຍເບິ່ງແຍງຝ່າຍຊາຍທີ່ປ່ວຍເປັນມາລາເຣຍ, ຝ່າຍຊາຍສູນເສຍພໍ່ໄປເມື່ອຫລາຍປີກ່ອນ ແລະ ແມ່ໄດ້ແຕ່ງດອງໃໝ່ບໍ່ຄ່ອຍໃສ່ໃຈເບິ່ງແຍງ, ຂະນະທີ່ຝ່າຍເຈົ້າສາວເຄີຍແຕ່ງດອງມາແລ້ວ 2 ຄັ້ງ ມີລູກ 1 ຄົນ.
ການແຕ່ງດອງຄັ້ງນີ້ເກີດເປັນກະແສຮືຮາຢ່າງກວ້າງຂວາງ ເພາະມີຄລິບວີດີໂອພິທີແຕ່ງດອງຖືກເຜີຍແຜ່ທາງສື່ອອນລາຍ.

