ຍີ່ປຸ່ນຢືນຢັນບໍ່ຄ້ອຍຕາມ ເຖິງວ່າອາເມລິກາກົດດັນໃຫ້ນໍາເຂົ້າເຂົ້າເພີ່ມ

           ທ່ານ ໂຢຊິມາສະ ອາຢາຊິ ຫົວໜ້າເລຂາທິການຄະນະລັດຖະບານຍີ່ປຸ່ນ ເນັ້ນຈຸດຢືນໃນວັນທີ 1 ກໍລະກົດວ່າ: ຍີ່ປຸ່ນຈະບໍ່ເສຍສະຫລະຂະແໜງກະສິກໍາຂອງປະເທດ ເພື່ອຕອບສະໜອງຕໍ່ຂໍ້ຮຽກຮ້ອງຫລ້າສຸດຂອງປະທານາທິບໍດີ ໂດນັລ ທຣໍາ ທີ່ຕ້ອງການໃຫ້ຍີ່ປຸ່ນນໍາເຂົ້າເຂົ້າຈາກອາເມລິກາເພີ່ມຂຶ້ນ.

         ທ່ານ ຮາຢາກິ ກ່າວໃນການຖະແຫລງຂ່າວວ່າ: “ເຮົາບໍ່ມີຄວາມຕັ້ງໃຈຈະປານີປານອມກັບແມ່ນຫຍັງກໍຕາມທີ່ຈະສົ່ງຜົນເສຍຕໍ່ຂະແໜງກະສິກໍາຂອງຍີ່ປຸ່ນໃນການເຈລະຈາໃນອະນາຄົດ”.

         ຄໍາຖະແຫລງດັ່ງກ່າວມີຂຶ້ນຫລັງຈາກທ່ານ ທຣໍາ ໂພສຂໍ້ຄວາມຜ່ານແພກຟອມໂຊຊຽວມີເດຍຂອງທ່ານ ອ້າງວ່າ: ຍີ່ປຸ່ນກໍາລັງປະສົບບັນຫາຂາດເຂີນເຂົ້າຢ່າງໜັກ, ແຕ່ພັດປະຕິເສດຈະຍອມຮັບເຂົ້າຈາກອາເມລິກາ ເຊິ່ງຂໍ້ຄວາມນີ້ຖືກເບິ່ງວ່າເປັນຄວາມພະຍາຍາມທີ່ຈະກົດດັນຍີ່ປຸ່ນໃຫ້ຂະຫຍາຍການນໍາເຂົ້າເຂົ້າໃນຂະນະທີ່ທັງສອງຝ່າຍຍັງເດີນໜ້າເຈລະຈາພາສີອາກອນກັນຢູ່.

          ສໍານັກຂ່າວຊິນຮົວລາຍງານວ່າ: ປັດຈຸບັນຍີ່ປຸ່ນຜະເຊີນພາສີນໍາເຂົ້າຍານພາຫະນະ ແລະ ຊິ້ນສ່ວນຈາກອາເມລິກາ ໃນອັດຕາ 25% ແລະ ພາສີເຫລັກ ແລະ ອາລູມີນຽມໃນອັດຕາ 50% ເຊິ່ງທັງສອງຝ່າຍຈະມີການຫາລືກັນຫລາຍຮອບ, ແຕ່ພັດບໍ່ຄືບໜ້າ.

          ທ່ານ ຮາຢາຊິ ເນັ້ນວ່າ: ຍີ່ປຸ່ນຈະເດີນໜ້າເຈລະຈາຢ່າງສ້າງສັນ ແລະ ຈິງໃຈຕໍ່ອາເມລິກາຕໍ່ໄປ ເພື່ອໃຫ້ບັນລຸຂໍ້ຕົກລົງທີ່ຈະເປັນປະໂຫຍດຕໍ່ທັງສອງຝ່າຍ.