“ອາເມລິກາກັບມາແລ້ວ” ໄບເດນ ປະກາດປັບນະໂຍບາຍຕ່າງປະເທດຄັ້ງສຳຄັນ

ປະທານາທິບໍດີ ໂຈ ໄບເດນ ເດີນໜ້າປ່ຽນແປງນະໂຍບາຍທີ່ລັດຖະບານອາເມລິກາດຳເນີນມາໃນໄລຍະຫລາຍປີກ່ອນໜ້ານີ້ ໂດຍໃນວັນທີ 4 ກຸມພາ 2021 ທ່ານປະກາດວ່າ: “ອາເມລິກາໄດ້ກັບມາແລ້ວ” ໂດຍທ່ານຈະໃຫ້ຄວາມສຳຄັນຕໍ່ການທູດໃນນະໂຍບາຍຕ່າງປະເທດ ເຊິ່ງໜຶ່ງໃນນະໂຍບາຍສຳຄັນຄືການຢຸດສະໜັບສະໜູນປະຕິບັດການທາງທະຫານແບບບຸກຂອງຊາອຸດິອາຣະເບຍໃນເຢເມນ.
ນອກຈາກບົດບາດໃນເຢເມນແລ້ວ, ທ່ານ ໄບເດນ ຍັງປະກາດແຜນເປີດທາງໃຫ້ຜູ້ອົບພະຍົບເດີນທາງມາອາເມລິກາເພີ່ມຂຶ້ນ ແລະ ເນັ້ນຈຸດຢືນສະໜັບສະໜູນສິດຂອງກຸ່ມຫລາກຫລາຍທາງເພດ ຫລື LGBTQ ທົ່ວໂລກ ເຊິ່ງເປັນການສົ່ງສັນຍານວ່າ ທ່ານຈະຫລີກໜີຈາກນະໂຍບາຍ “ອາເມລິກາຕ້ອງມາກ່ອນ” (America First) ຂອງອະດີດປະທານາທິບໍດີ ໂດນັລ ທຣຳ ແລະ ໄປໃຫ້ຄວາມສຳຄັນຕໍ່ນະໂຍບາຍຕ່າງປະເທດເພີ່ມຂຶ້ນ.
ທ່ານ ໄບເດນ ກ່າວວ່າ: ຄວາມທ້າທາຍທີ່ທົ່ວໂລກກຳລັງຜະເຊີນຢູ່ໃນເວລານີ້ ສາມາດແກ້ໄຂໄດ້ໂດຍການທີ່ນາໆຊາດເຮັດວຽກຮ່ວມກັນ ເຊິ່ງລວມທັງການຕໍ່ຕ້ານຜະເດັດການທີ່ກຳລັງຂະຫຍາຍຕົວ.

