ໂຄວິດ-19 ເບຣຊິນ ລະບາດຫນັກ

ກະຊວງສາທາລະນາສຸກ ເບຣຊິນ ຖະແຫລງມື້ນີ້ (1 ມິຖຸນາ) ວ່າ: ຍອດຜູ້ຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ໂຄວິດ-19 ພຽງມື້ດຽວມີສູງເຖິງ 500.000 ຄົນ ແລະ ສະເພາະໃນຮອບ 24 ຊົ່ວໂມງຜ່ານມາ ມີຜູ້ຕິດເຊື້ອໃຫມ່ເຖິງ 16.409 ຄົນ ເຮັດໃຫ້ຈໍານວນສະສົມຂອງຜູ້ຕິດເຊື້ອດັ່ງກ່າວໃນທົ່ວປະເທດມີ 514.849 ຄົນແລ້ວ.

ຜູ້ຕິດເຊື້ອຈຳນວນດັ່ງກ່າວໃນເບຣຊິນຫລາຍເປັນອັນດັບ 2 ຂອງໂລກ ຮອງຈາກສະຫະລັດອາເມລິກາທີ່ມີຜູ້ຕິດເຊື້ອແລ້ວຢ່າງໜ້ອຍ 1,78 ລ້ານຄົນ ຂະນະທີ່ຍອດຜູ້ເສຍຊີວິດມີສູງເຖິງ 29.314 ຄົນ,  ເປັນອັນດັບ 4 ຂອງໂລກ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ