ອະດີດປະທານາທິບໍດີ ສ.ເກົາຫຼີ ຖືກລົງໂທດຈຳຄຸກ 20 ປີ

ອະດີດປະທານາທິບໍດີ ສ.ເກົາຫຼີ  Park Geun-hye ຖືກສານຕັດສິນຈຳຄຸກ 20 ປີ ໃນຂໍ້ຫາສໍ້ລາດບັງຫຼວງ ແລະ ການໃຊ້ຈ່າຍເງິນ “ມືດ”ຂອງລັດຖະບານ.

(ໜັງສືພິມ ລາວພັດທະນາ)

ວັນທີ 10 ກໍລະກົດນີ້, ສານສູງຂອງກຸງ ໂຊ ໄດ້ຕັດສິນລົງໂທດຈຳຄຸກ Park Geun-hye ເປັນເວລາ 20 ປີ. ຂ່າວຈາກ Yonhap ໃຫ້ຮູ້ວ່າ ຕາມຂ່າວຫຼ້າສຸດ ຜູ້ພິພາກສາໄດ້ຕັດສິນຫຼຸດຜ່ອນໂທດຈຳຄຸກຈາກ 30 ປີ ມາເປັນ 20 ປີ. ນອກຈາກນັ້ນອະດີດປະທານາທິບໍດີອາຍຸ 68 ປີຄົນນີ້ ຍັງຖືກປັບໃໝ 18 ຕື້ວອນຕື່ມອີກ.

ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ vietnamnet)

(ໜັງສືພິມ ລາວພັດທະນາ)

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ