ໄຟໄໝ້ສູນວິໄຈ ແລະ ພັດທະນາຜະລິດຕະພັນຂອງຫົວເວີຍ

ສື່​ທ້ອງ​ຖິ່ນ​ຂອງ​ຈີນ ລາຍ​ງານ​ວ່າ: ​ຕອນ​ບ່າຍ​ວັນ​ທີ 25 ກັນຍາ ​ໄດ້​ເກີດ​ເຫດ​ລະ​ເບີດ​ຢູ່​ສູນ​ວິ​ໄຈ ​ແລະ ພັດທະນາ​ຜະລິດ​ຕະພັນ​ຂອງ​ບໍລິສັດຫົວ​ເວີຍ ​ໃນ​ເມື​ອງຕົງ​ກວນ ມົນທົນ​ກວາງຕຸ​ງ ສປ ຈີນ ສົ່ງ​ຜົນ​ໃຫ້​ເກີດ​ຄວັນ​ດຳ​ຂະໜາດ​ໃຫຍ່​ລອຍ​ຂຶ້ນສູ່​ທ້ອງຟ້າ. ຂະນະ​ທີ່ ພະນັກງານ​ທີ່ຢູ່​ໃນ​ອາຄານ​ດັ່ງກ່າວ​ຕ່າງ​ແລ່ນ​ໜີ​ເອົາ​ຊີວິດ​ລອດ​ອອກ​ມາ. ຫລ້າສຸດ ພົບຜູ້ເສຍຊີວິດ 3 ຄົນ.

​ຕາມ​ການ​ລາຍ​ງານ​ລະບຸ​ວ່າ: ອາຄານ​ດັ່ງກ່າວ​ຍັງ​ຢູ່​ໃນ​ລະຫວ່າງ​ການ​ກໍ່ສ້າງ.