ຈີນພ້ອມສົ່ງວັກຊີນໂຄວິດ-19 ສູ່ສາທາລະນະເດືອນພະຈິກນີ້

ສຳນັກຂ່າວຣອຍເຕີລາຍງານອ້າງເຈົ້າໜ້າທີ່ສູນຄວບຄຸມ ແລະ ປ້ອງກັນພະຍາດ (CDC) ຂອງຈີນ ເປີດເຜີຍວ່າ: ວັກຊີນຕ້ານໂຄວິດ-19 ທີ່ຈີນພັດທະນາຂຶ້ນໃນເດືອນພຶດສະພາ ພ້ອມໃຊ້ໄດ້ໃນເດືອນພະຈິກນີ້.
ປັດຈຸບັນ ຈີນມີວັກຊີນໂຄວິດ-19 ຈຳນວນ 4 ລາຍການ ຢູ່ໃນການທົດລອງທາງຄລີນິກເປັນຂັ້ນຕອນສຸດທ້າຍ ໂດຍກ່ອນໜ້ານີ້ ໄດ້ມີການເປີດຕົວວັກຊີນຢ່າງໜ້ອຍ 3 ລາຍການໄປໃນເດືອນກໍລະກົດ ເພື່ອສະເໜີສັກໃຫ້ຜູ້ປະຕິບັດງານທີ່ຈຳເປັນກໍລະນີສຸກເສີນ.
ທ່ານ ນາງ ກຸ້ຍເສິ່ນ ອູ໋ ຫົວໜ້າດ້ານຄວາມປອດໄພຂອງຊີວະພາບຂອງ CDC ໃຫ້ສຳພາດທາງໂທລະພາບທາງການຈີນ ໃນວັນທີ 14 ກັນຍາວ່າ: ການທົດລອງວັກຊີນຕ້ານໂຄວິດ-19 ທີ່ກຳລັງຢູ່ໃນຂັ້ນຕອນຄລີນິກມີຄວາມລາບລື່ນ ແລະ ພ້ອມນຳອອກສູ່ສາທາລະນະໄດ້ໃນເດືອນພະຈິກ ຫລື ທັນວານີ້.
ເຖິງຢ່າງໃດກໍຕາມ, ຜູ້ຜະລິດວັກຊີນທົ່ວໂລກໄດ້ເລັ່ງແຂ່ງຂັນກັນພັດທະນາວັກຊີນປ້ອງກັນໄວຣັສທີ່ມີປະສິດທິພາບ ເຊິ່ງໂຄວິດ-19 ຂ້າຊີວິດຄົນໄປແລ້ວ 925.000 ກວ່າຄົນ ໂດຍຜູ້ຜະລິດວັກຊີນຊັ້ນນຳຂອງຕາເວັນຕົກໃຫ້ຄຳໝັ້ນໃນຕົ້ນເດືອນກັນຍາວ່າ: ຈະຮັກສາມາດຕະຖານການສຶກສາຄົ້ນຄວ້າທາງວິທະຍາສາດ ແລະ ປະຕິເສດແຮງກົດດັນທາງການເມືອງໃດໆທີ່ຕ້ອງພັດທະນາຂັ້ນຕອນອອກສູ່ຕະຫລາດ.

