ແມ່ອາຍຸ 15 ປີ ຖີ້ມລູກນ້ອຍເພີງເກີດໃນຖັງຂີ້ເຫຍື້ອ

ກ້ອງວົງຈອນປິດໃນອາພາດເມັ້ນໃນເມືອງເສີນເຈີ້ນ ໄດ້ບັນທຶກພາບແມ່ຜູ້ນ້ອຍຖືກ່ອງຂອງຂວັນຂະຫນາດນ້ອຍທີ່ບັນຈຸເດັກນ້ອຍເພີ່ງເກີດໃຫມ່ເຂົ້າໃນລິບພ້ອມກັບຖົງກະເປົາຂະຫນາດໃຫຍ່ ຈາກນັ້ນລີບເປີດອອກ ລາວກໍ່ໄດ້ຍ່າງໄປທີ່ຖັງຂີ້ເຫຍື້ອທີ່ຢູ່ຫນ້າລິບຍົນຖົງທີ່ລາວຖືມາທັງຫມົດລົງຖັງຂີ້ເຫຍືອ ແນ່ນອນ ກ່ອງຂອງຂັວນທີ່ບັນຈຸເດັກນ້ອຍກໍ່ລົງໄປນຳ. ອີງຕາມຂ່າວ Southern Metropolis Daily, ເດັກນ້ອຍໄດ້ຖືພົບຈາກພະນັກງານທຳຄວາມສະອາດ ແລະ ໄດ້ຊ່ວຍເອົາ. ລາວໄດ້ເລົ່າວ່າ ໃນຂະທີ່ກຳລັງຈະມ້ຽນກ່ອງຂອງຂວັນນັ້ນ ລາວໄດ້ປະກົດເຫັນຂ້າງໃນມີຮູບຊົງຂະຫນາດຄື ຕຸກກະຕາ “ເມື່ອຂ້ອຍເຫັນຕີນຂອງເດັກນ້ອຍ, ຂ້ອຍຄິດວ່າມັນເປັນຕຸກກະຕາ, ແຕ່ພໍເປີດກ້ວາງອອກມາຂ້ອຍເຫັນເປັນເດັກນ້ອຍເພີ່ງເກີດ, ມີຮອຍເລືອດຕິດຢູ່ຫນ້າ ແລະ ຮ່າງກາຍ”…

ພໍ່ແມ່ຜູ້ປົກຄອງຕ້ອງເປັນເຈົ້າການບອກສອນລູກຫລານຂອງຕົນສະຫລອງປີໃໝ່ໃຫ້ປອດໄພ

ປັດຈຸບັນຍັງມີໄວໜຸ່ມຈຳນວນໜຶ່ງທີ່ຮູ້ເທົ່າບໍ່ເຖິງການໃນ ໄວຄຶກຄະນອງ ແລະ ມີການປະພືດຕົນທີ່ບໍ່ແທດ    ເໝາະຕໍ່ກັບຮີດຄອງປະເພນີອັນດີງາມຂອງເຮົາ ເຊິ່ງສະແດງອອກໃນການແຕ່ງກາຍ, ນຸ່ງຖືທີ່ມີລັກສະນະສັ້ນເຂີນ, ໂປ້ເປືອຍ ແລະ ຍົ້ວະຍວນ,    ໄປເຫີແຫນນຳວັດທະນະທຳ ແລະ ຄຳນິຍົມທີ່ບໍ່ແມ່ນ ຂອງຕົນແຂ່ງຂັນ ກັນຫລິ້ນກິນຟຸມເຟືອຍ  ແລະ ອື່ນໆ ແລະ ອີກບໍ່ດົນບຸນສົງ  ການປີໃໝ່ລາວເຮົາກໍຈະໝູນວຽນມາເຖິງ….

ກາແດງລາວຮ່ວມກັບສະພາກາຊາດໄທຈັດກິດຈະກຳແຈກຢາຍແວ່ນຕາໃຫ້ນັກຮຽນ

  ເພື່ອເປັນການປັບປຸງຄວາມສາມາດໃນການຮຽນ, ການເບິ່ງເຫັນ ແລະ ການດຳລົງຊີວິດປະຈຳວັນ ຂອງນັກຮຽນເຂດຫ່າງໄກສອກຫຼີກ, ທັງເປັນການເສີມສ້າງການຮ່ວມມື ແລະ ການພົວພັນປະສານງານ ລະຫວ່າງອົງການກາແດງລາວ ແລະ ສະພາ ກາຊາດໄທ. ໃນວັນທີ 4-6 ເມສາ ນີ້ ອົງການກາແດງລາວ ຮ່ວມກັບສະພາກາຊາດໄທ, ໄດ້ລົງກວດກາສຸຂະພາບຕາ…

ສະຫລອງປີໃໝ່ໃຫ້ມີສະຕິ

ຄືດັ່ງພວກເຮົາຮູ້ນໍາກັນວ່າອີກບໍ່ທໍ່ໃດມື້ຂ້າງໜ້າບຸນປີໃໝ່ ລາວ ພສ 2560 ກໍຈະໝູນວຽນ ມາບັນຈົບຄົບຮອບອີກວາລະ ໜຶ່ງ,ຊຶ່ງປະຊາຊົນລາວພວກເຮົາ ຕ່າງກໍຕັ້ງໜ້າລໍຄອຍເພື່ອຈະໄດ້ ພ້ອມພາກັນສະຫລອງວັນດັ່ງ ກ່າວດ້ວຍບັນຍາກາດຟົດຟື້ນ ມ່ວນຊື່ນຕາມຮີດຄອງປະເພນີ ອັນດີງາມຂອງຊາດທີ່ເຄີຍປະຕິ ບັດມາ,ສໍາລັບປີນີ້ຈະມີການພັກ ຍາວຫຼາຍວັນຄື:ແຕ່ວັນທີ 13 – 17 ເມສາ,ເພາະກົງກັບວັນເສົາ- ວັນອາທິດ,ຈຶ່ງໄດ້ພັກຊົດເຊີນຕື່ມອີກ 2…

ຄວາມຊົງຈຳທີ່ໂຫດຮ້າຍຂອງຮູບພາບ ໃນປະຫວັດສາດມະນຸດ

ຄວາມຊົງຈຳທີ່ໂຫດຮ້າຍຂອງຮູບພາບ ໃນປະຫວັດສາດມະນຸດ

ເປັນພາບທີ່ສະເທືອນຫົວໃຈຂອງຫມົດທຸກຄົນທີ່ໄດ້ເບີ່ງຜ່ານ ແລະ ຕ້ອງເສຍນ້ຳຕາສິ່ງທີ່ເກີດຂຶ້ນຜ່ານຮູບພາບ, ຮູບພາບຂອງເດັກນ້ອຍທີ່ຕ້ອງຕໍ່ສູ້ກັບຄວາມຫິວ, ສົງຄາມ, ອຸບັດຕິເຫດຕ້ອງສູນເສຍຄອບຄົວ… ນົກແຮ້ງກັບເດັກນ້ອຍ ໃນຮູບພາບແມ່ນເດັກນ້ອຍຍິງທີ່ ກຳລັງຫມົດແຮງ ບໍ່ສາມາດຈະຢືນຂຶ້ນຫລື ປະຄອງຮ່າງກາຍດ້ວຍຕົນເອງ ກຳລັງຕໍ່ສູ້ຄວາມອຶດຫິວ ແລະ ມີນົກແຮ້ງບິນລົງມາເພື່ອລໍຖ້າເດັກນ້ອຍນີທີ່ກຳລັງຈະຕາຍກິນເປັນອາຫານຂອງຕົນ. ຊ່າງພາບທ່ານ Kevin Carter ພໍດີເດີນຜ່ານພົບເຫັນ ແລະ ໄດ້ຖ່າຍຮູບ….

ປີໃໝ່ຈົ່ງໃສ່ໃຈໃນການຕິດຕາມກວດກາຜູ້ຂັບລົດໂດຍສານໃຫ້ເຂັ້ມງວດ

ປີໃໝ່ລາວປີນີ້ເຫັນວ່າໄດ້ ພັກຫລາຍວັນອາດເປັນເງື່ອນ ໄຂດີໃຫ້ຫລາຍຄົນຖືໂອກາດນີ້ເພື່ອ ເດີນທາງໄປຢ້ຽມຢາມ ຄອບຄົວພໍ່ແມ່ຍາດພີ່ນ້ອງ ແລະ  ສະຫລອງເທສະການດັ່ງກ່າວ ໃນຖິ່ນຖານບ້ານ ເກີດຂອງຕົນ.  ເຊິ່ງການເດີນທາງໄປມາສ່ວນ ໃຫຍ່ແມ່ນຕ້ອງໄດ້ໃຊ້ບໍລິການ ລົດໂດຍສານສາທາລະນະ, ແຕ່ ສິ່ງທີ່ສັງຄົມມີຄວາມເປັນຫວ່ງກໍແມ່ນປັນຫາອຸປະຕິເຫດຕາມຖະໜົນ, ເຊິ່ງແຕ່ລະປີໄດ້ມີການສູນເສຍຊີວິດ  ແລະ ຊັບສິນ,  ມາແລ້ວເປັນຈຳນວນບໍ່ໜ້ອຍ, ສົ່ງຜົນສະທ້ອນອັນບໍ່ດີ, ຕໍ່ຄວາມ…

ສະຫລອງປີໃໝ່ດ້ວຍບັນຍາກາດເບີກບານມ່ວນຊື່ນ

  ບຸນສົງການປີໃໝ່ລາວນັບວ່າ ເປັນປາງບຸນໃຫຍ່ທີ່ສຳຄັນຕໍ່ຊາວລາວບັນດາເຜົ່າ, ເຊິ່ງພວກ ເຮົາເຄີຍປະຕິບັດກັນມາແຕ່ລຸ່ນປູ່ຍ່າຕານາຍແຕ່ເໜືອຮອດໃຕ້.  ດ້ວຍຫລາຍຊື່ເອີ້ນແຕກຕ່າງກັນເຊັ່ນ: ບຸນປີໃໝ່ລາວ, ບຸນສົງ ການ, ບຸນຫົດນ້ຳ, ບຸນສົງນ້ຳພະ  ສຸດແລ້ວແຕ່ຄວາມລື້ງເຄີຍຂອງ  ແຕ່ລະທ້ອງຖິ່ນ. ເພິ່ນແປຄຳວ່າ ປີໃໝ່ຈາກຄຳວ່າຕຸດສົງການ, ໝາຍເຖິງການປ່ຽນແປງລະດູ ຫລື ການປ່ຽນແປງ ພສ ຫລື …

ການເຮັດບຸນສົງການ

ກ່ອນຮອດມື້ຂຶ້ນ 15ຄໍ່າ ເດືອນ 5, ພໍ່ບ້ານ ສາລະວັດເຖົ້າ ແກ່ແນວໂຮມ ຈະປ່າວເຕືອນປະ ຊາລາຊະດອນໄປເຕົ້າໂຮມກັນ ຢູ່ວັດເພື່ອເຮັດບຸນສົງນໍ້າພະຄື ໃນເຊົ້າມື້ 15 ຄໍ່ານັ້ນ, ທາງວັດ ເພິ່ນກໍຈະຕີລະຄັງຫຼືຕີກອງເພື່ອ ຮຽກເອົາປະຊາຊົນ ມາໂຮມຊຸມ ນຸມກັນຢູ່ວັດ, ແລ້ວໄດ້ອັງເຊີນ ເອົາພະພຸດທະຮູບລົງໄປປະດິດ…

ສະມາຄົມສົ່ງເສີມສຸຂະພາບຄອບຄົວມອບເຄື່ອງກິລິໃຫ້ໂຮງຮຽນປະຖົມເພຍລາດ ແລະ ນາຂາມ

ວັນທີ 30 ມີນານີ້, ສະມາ ຄົມສົ່ງເສີມສຸຂະພາບຄອບຄົວ ນຳໂດຍທ່ານນາງ ຈັນສີ ພິມ ມະຈັນ ປະທານສະມາຄົມດັ່ງ ກ່າວ, ໄດ້ນຳເຄື່ອງກິລາໄປຊ່ວຍ ເຫລືອນ້ອງນັກຮຽນຊັ້ນປະຖົມ ບ້ານເພຍລາດ ແລະ ບ້ານທ່ານາ ຂາມ, ເມືອງສັງທອງ, ນະຄອນ ຫລວງວຽງຈັນ,…