ຫອມມໍລະນະ! ຢາສູບໄຟຟ້າ ລະເຫີຍອາຍໜ້ອຍກວ່າຢາສູບແບບຊອງ ແຕ່ເຂົ້າປອດເລິກກວ່າ ສ່ຽງເປັນຫລາຍພະຍາດ

ສຳນັກຂ່າວອຳມະຣິນໄທ ລາຍງານ ວັນທີ 10 ທັນວາ 2023 ວ່າ: ດຣ ທີລະ ວັດທະນາຣັດ ຄະນະແພດສາດ ມະຫາວິທະຍາໄລຈຸລາລົງກອນ ເປີດເຜີຍວ່າ: ຢາສູບໄຟຟ້າອັນຕະລາຍ ເຖິງຈະບໍ່ມີຄວັນ ເພາະມີສານເຄມີອື່ນອີກຫລາຍຊະນິດທີ່ອັນຕະລາຍຕໍ່ສຸຂະພາບ, ເຊິ່ງນ້ຳຢາໃນຢາສູບໄຟຟ້າປະກອບດ້ວຍ: ສານນີໂຄຕິນ ເຮັດໃຫ້ເສບຕິດການສູບ, ໂພຣພິລິນໄກລກໍ…

ອີຣານ ຈະເພີ່ມທະວີການຮ່ວມມືກັບຣັດເຊຍ

ອີຣານ ຈະເພີ່ມທະວີການຮ່ວມມືກັບຣັດເຊຍ

ວິທະຍຸ ສາກົນ ຫວຽດນາມ ລາຍງານຂ່າວວ່າ: ອີຣານ ຈະປະຕິບັດບັນດາ ມາດຕະການ ບັນລຸ ປະສິດ ທິຜົນກວ່າ ເພື່ອເພີ່ມທະວີ ການຮ່ວມມືກັບ ຣັດເຊຍ ເພື່ອຜົນປະໂຫຍດ ຂອງ 2 ປະເທດ. ໃນໂອ ກາດນີ້ ທ່ານ…

ອາເມລິກາຕອບໂຕ້ມະຕິສະພາຄວາມໝັ້ນຄົງ ສປຊ ຮຽກຮ້ອງຢຸດຍິງຢູ່ກາຊາ

ອາເມລິກາຕອບໂຕ້ມະຕິສະພາຄວາມໝັ້ນຄົງ ສປຊ ຮຽກຮ້ອງຢຸດຍິງຢູ່ກາຊາ

ສະຫະລັດອາເມລິກາໃຊ້ສິດຕອບໂຕ້ ຄັດຄ້ານມະຕິສຽງສ່ວນຫລາຍຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (United Nations Security Council: UNSC) ທີ່ຮຽກຮ້ອງໃຫ້ມີການຢຸດຍິງເພື່ອມະນຸດສະທໍາຢູ່ເຂດກາຊາ. ຂະນະທີ່ກອງທັບອິດສະລາແອນຍັງເດີນໜ້າໂຈມຕີກຸ່ມຮາມັດໃນຫລາຍພື້ນທີ່ຂອງກາຊາຢ່າງຕໍ່ເນື່ອງ. ການລົງມະຕິດັ່ງກ່າວມີຂຶ້ນໃນວັນທີ 8 ທັນວາ ພາຍຫລັງທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການອົງການສະຫະປະຊາຊາດ ໃຊ້ມາດຕາ 99 ຂອງກົດບັດສະຫະປະຊາຊາດ ຮຽກປະຊຸມສຸກເສີນໃນສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ…

EU ບັນລຸຂໍ້ຕົກລົງປະຫວັດສາດ ປູທາງອອກກົດໝາຍ AI ສະບັບທໍາອິດຂອງໂລກ

EU ບັນລຸຂໍ້ຕົກລົງປະຫວັດສາດ ປູທາງອອກກົດໝາຍ AI ສະບັບທໍາອິດຂອງໂລກ

ພາຍຫລັງການເຈລະຈາເຖິງ 36 ຊົ່ວໂມງ ໃນທີ່ສຸດຄະນະຜູ້ແທນເຈລະຈາຈາກປະເທດສະມາຊິກສະຫະພາບເອີຣົບ (EU) ແລະ ລັດຖະສະພາເອີຣົບ ສາມາດບັນລຸຂໍ້ຕົກລົງປະຫວັດສາດກ່ຽວກັບກົດໝາຍປັນຍາປະດິດ ຫລື AI Act ເຊິ່ງຈະຖືເປັນກົດໝາຍສະບັບທໍາອິດຂອງໂລກທີ່ມີເປົ້າໝາຍເພື່ອຄວບຄຸມການນໍາໃຊ້ AI. ໃນກອງປະຊຸມຢູ່ບຣຸກເຊລໃນວັນທີ 8 ທັນວາ, ຄະນະຜູ້ເຈລະຈາໄດ້ຕົກລົງກ່ຽວກັບຂໍ້ຈໍາກັດການນໍາໃຊ້ AI ຢູ່ເອີຣົບ, ແຕ່ຢືນຢັນວ່າຂໍ້ຈໍາກັດເຫລົ່ານີ້ຈະບໍ່ສົ່ງຜົນກະທົບຕໍ່ການຄິດຄົ້ນນະວັດຕະກໍາໃໝ່ໆກ່ຽວກັບ…

ມາເລເຊຍ ດຶງດູດການລົງທຶນໄດ້ 48,2 ຕື້ໂດລາ ໂດຍສະເພາະ ຂະແໜງການບໍລິການ ອຸດສາຫະກຳການຜະລິດ ແລະ ຂະແໜງການກະສິກຳ-ບໍ່ແຮ່

ມາເລເຊຍ ດຶງດູດການລົງທຶນໄດ້ 48,2 ຕື້ໂດລາ ໂດຍສະເພາະ ຂະແໜງການບໍລິການ ອຸດສາຫະກຳການຜະລິດ ແລະ ຂະແໜງການກະສິກຳ-ບໍ່ແຮ່

  ຂ່າວຕ່າງປະເທດລາຍງານໂດຍອ້າງອີງຂໍ້ມູນຈາກອົງການສົ່ງເສີມການລົງທຶນຂອງລັດຖະບານມາເລເຊຍ ໃນວັນທີ 6 ທັນວາ ຜ່ານມາວ່າ: ຕາມການອະນຸມັດການລົງທຶນແຕ່ເດືອນມັງກອນຫາເດືອນກັນຍາ, ມາເລເຊຍ ສາມາດດຶງດູດການລົງທຶນໄດ້ 225 ຕື້ຣິງກິດ (ສະກຸນເງິນມາເລເຊຍ) ຫຼື 48,2 ຕື້ ໂດລາ ໃນຂະແໜງການບໍລິການ, ອຸດສາຫະກຳການຜະລິດ ແລະ ຂະແໜງການກະສິກຳ-ບໍ່ແຮ່…

ຊາອູດິດ ອາຣັບບີ ປະກາດຍົກເວັ້ນພາສີໃຫ້ແກ່ບໍລິສັດຕ່າງປະເທດ ເປັນເວລາເຖິງ 30 ປີ

ຊາອູດິດ ອາຣັບບີ ປະກາດຍົກເວັ້ນພາສີໃຫ້ແກ່ບໍລິສັດຕ່າງປະເທດ ເປັນເວລາເຖິງ 30 ປີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 6 ທັນວາ ຜ່ານມາ, ກະຊວງການລົງທຶນຂອງ ຊາອູດິດ ອາຣັບບີ ໄດ້ອອກຖະແຫຼງການວ່າ: ບໍລິສັດຕ່າງປະເທດໃດກໍຕາມຖ້າຫາກໃຊ້ພື້ນທີ່ໃນປະເທດ ເພື່ອຕັ້ງສຳນັກງານປະຈຳພາກພື້ນຕາເວັນອອກກາງຈະໄດ້ຮັບການຍົກເວັ້ນພາສີເປັນເວລາເຖິງ 30 ປີ. ທັງນີ້, ມາດຕະການຈູງໃຈດັ່ງກ່າວລວມອັດຕາພາສີ 0% ສຳລັບພາສີເງິນລາຍໄດ້ນິຕິບຸກຄົນ ແລະ ພາສີຫັກໃນຂະນະທີ່ຈ່າຍ ຊຶ່ງຈະຄຳນວນຈາກການດຳເນີນງານ…

ສະເຫຼີມສະຫຼອງ ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 20 ປີ

ວັນທີ 8 ທັນວາ 2023, ອົງການກວດກາແຫ່ງລັດ ຈັດພິທີສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 20 ປີ (9/12/2003-9/12/2023) ເປັນປະທານຂອງ ທ່ານ ວິໄລວັນ ບຸດດາຄໍາ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ. ທ່ານ ວິໄລວັນ ບຸດດາຄຳ ໄດ້ຫວນຄືນ…

ຜັນຂະຫຍາຍ ວຽກງານຕ້ານ ແລະ ສະກັດກັ້ນ ອາຊະຍາກຳສັດປ່າ

ຜັນຂະຫຍາຍ ວຽກງານຕ້ານ ແລະ ສະກັດກັ້ນ ອາຊະຍາກຳສັດປ່າ

ອົງການໄອຍະການປະຊາຊົນສູງສຸດ ຮ່ວມກັບ ອົງການອະນຸລັກສັດປ່າ ປະຈໍາ ສປປ ລາວ ຈັດກອງປະຊຸມວຽກງານຕ້ານ ແລະ ສະກັດກັ້ນ ອາຊະຍາກຳສັດປ່າ ໃນລະຫວ່າງ ວັນທີ 5-7 ທັນວາ 2023 ຢູ່ແຂວງສາລະວັນ ໂດຍການເປັນປະທານຂອງ ທ່ານ ນາງ ພອນເພັດ…

ໂປຣແກຣມ AI ຊ່ວຍໃຫ້ພໍ່ແມ່ພົບລູກຊາຍທີ່ຫາຍໄປ 20 ກວ່າປີ

ໂປຣແກຣມ AI ຊ່ວຍໃຫ້ພໍ່ແມ່ພົບລູກຊາຍທີ່ຫາຍໄປ 20 ກວ່າປີ

ລະບົບປຽບທຽບໃບໜ້າດ້ວຍເຕັກໂນໂລຊີປັນຍາປະດິດມີບົດບາດສໍາຄັນໃນການຊ່ວຍຜົວເມຍຄູ່ໜຶ່ງຕາມຫາລູກຊາຍທີ່ຖືກລັກພາຕົວໄປຈາກເຫີເປຍເມື່ອ 25 ປີກ່ອນ. ວັນທີ 3 ທັນວາ 2023, Beijing Deep Glint Technology ໄດ້ໂພສເລື່ອງການຕາມຫາບຸກຄົນສູນຫາຍໂດຍອາໄສເຕັກໂນໂລຊີ AI ຢູ່ແພກຟອມເວ່ຍປັ໋ວ. ໂພສດັ່ງກ່າວເລົ່າເຖິງ ການກັບມາພົບກັນອີກຂອງພໍ່ແມ່ ແລະ ລູກຊາຍຄອບຄົວເຊີຍ ຫລັງຈາກ ສິງຊວຍ…

ປູຕິນ ຢືນຢັນລົງສະໝັກຮັບເລືອກຕັ້ງ ຮັກສາຕໍາແໜ່ງຜູ້ນໍາຣັດເຊຍເປັນສະໄໝທີ 5

ປູຕິນ ຢືນຢັນລົງສະໝັກຮັບເລືອກຕັ້ງ ຮັກສາຕໍາແໜ່ງຜູ້ນໍາຣັດເຊຍເປັນສະໄໝທີ 5

ປະທານາທິບໍດີ ວະລາດິເມຍ ປູຕິນ ປະກາດຄວາມພ້ອມ ລົງສະໝັກຮັບເລືອກຕັ້ງໃນເດືອນມີນາປີໜ້າ ເຊິ່ງຈະເປັນການຮັກສາຕໍາແໜ່ງຜູ້ນໍາຣັດເຊຍເປັນສະໄໝທີ 5. ວັນທີ 9 ທັນວາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ປະທານາທິບໍດີ ວະລາດິເມຍ ປູຕິນ ຖະແຫລງໃນວັນທີ 8 ທັນວາວ່າ: ກຽມລົງສະໝັກຮັບເລືອກຕັ້ງຊີງຕໍາແໜ່ງຜູ້ນໍາຣັດເຊຍເປັນສະໄໝທີ 5. ສ່ວນທໍານຽບເກຣມລິນອອກຖະແຫລງການວ່າ:…