ອະດີດປະທານາທີບໍດີ ອາເມລິກາຜູ້ທີ່ຮັກ ກິລາກອບ ອາດເປັນບົດຮຽນໃຫ້ແກ່ Trump

ອະດີດປະທານາທີບໍດີ ອາເມລິກາຜູ້ທີ່ຮັກ ກິລາກອບ ອາດເປັນບົດຮຽນໃຫ້ແກ່ Trump

William Howard Taft ປະທານາທີບໍດີ ຄົນທີ 27 ຂອງ ອາເມລິກາ ເປັນຄົນທີ່ຮັກໃນກິລາກອບ ຊຶ່ງເປັນສິ່ງທີ່ເຮັດໃຫ້ທ່ານປະສົບຄວາມລົ້ມເຫລວໃນການເລືອກຕັ້ງໃນສະໄໝຕໍ່ມາ. ໃນ 88 ມື້ທີ່ຮັບມອບຕຳແຫນ່ງ ທ່ານປະທານາທີບໍດີ Donald Trump ໄດ້ຫລິ້ນກອບ 14 ຄັ້ງ ສະເລ່ຍແມ່ນ…

ເກົາຫລີເຫນືອຍິງທົດສອບລູກສອນໄຟອີິກແຕ່ລົ້ມເຫລວ

ສຳນັກຂ່າວຍອນອັບຂອງເກົາຫລີໃຕ້ ລາຍງານວ່າ ກອງທັບອາເມລິກາ ແລະ ກອງທັບເກົາຫລີໃຕ້ແຈ້ງວ່າ ເກົາຫລີເຫນືອໄດ້ທົດສອບຍິງ ລູກສອນໄຟບໍ່ຮູ້ຊະນິດ ໃນຊ່ວງຕອນເຊົ້າຂອງມື້ນີ້ 29 ເມສາ ແຕ່ລູກສອນໄຟດັ່ງກ່າວໄດ້ລະເບີດອອກພາຍຫລັງໄດ້ປ່ອຍໄປບໍ່ຮອດນາທີ ໃນຄວາມສູງປະມານ 71 ກມ ເສດລະເບີດໄດ້ຕົກລົງໃສ່ບໍລິເວນຫ່າງຈາກສະຫນາມບິນບັກຊາງ ປະມານ 35ກມ ຄະນະເສນາທິການຮ່ວມຂອງກອງທັບເກົາຫລີໃຕ້ຖະແຫລງວ່າ ເກົາຫລີເຫນືອຍິງລູກສອນໄຟຈາກຈັງຫວັດບັກຊາງ ທາງຕອນເຫນືອຂອງນະຄອນຫລວງປຽງຢ້າງ….

ລັດຖະມົນຕີຕ່າງປະເທດອາຊຽນຖະແຫລງເລື່ອງແຫລມເກົາຫລີ

     ມະນິລາ 28 ​ເມສາ: ລັດຖະມົນຕີ​ຕ່າງປະ​ເທດ​ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (ອາ​ຊຽນ) ອອກ​ຖະ​ແຫລ​ງການ​ໃນ​ວັນ​ທີ 28 ​ເມສາ​ນີ້ ສະ​ແດງ​ຄວາມ​ກັງວົນ​ຕໍ່​ສະຖານະ​ການ​ຢູ່​ແຫລມ​ເກົາຫລີ, ​ເຖິງ​ວ່າ ສປປ ​ເກົາຫລີ ຂໍ​ຄວາມ​ສະໜັບສະໜູນ​ຈາກ​ອາ​ຊຽນກໍ​ຕາມ. ຖະ​ແຫລ​ງການ​ກອງ​ປະຊຸມ​ລັດຖະມົນຕີ​ຕ່າງປະ​ເທດ​ອາ​ຊຽນ ຢູ່​ນະຄອນຫລວງ​ມະນິລາ ຂອງ​ຟີ​ລິບ​ປິນ ລະບຸ​ວ່າ: ອາ​ຊຽນກັງວົນ​ຢ່າງ​ຍິ່ງ​ທີ່​ຄວາມ​ເຄັ່ງ​ຕຶງ​ຢູ່​ແຫລມ​ເກົາຫລີ​ຮຸນ​ແຮງ​ຂຶ້ນ ລວມທັງ​ກໍລະນີ…

ອາເມລິກາ-ສ.ເກົາຫລີ ເຕືອນຈະໃຊ້ແຜນຕອບໂຕ້ທັນທີ ຖ້າ ສປປ ເກົາຫລີ ທ້າທາຍອີກ

ສ.ເກົາຫລີ ແລະ ອາເມລິກາ ຕົກລົງກັນໃນວັນທີ 27 ເມສານີ້ວ່າ: ຈະໃຊ້ມາດຕະການລົງໂທດຕໍ່ ສປປ ເກົາຫລີ ທັນທີ, ຖ້າຍັງມີການທ້າທາຍອີກ. ຂະນະເຈົ້າໜ້າທີ່ ສປປ ເກົາຫລີ ປະກາດວ່າຈະເດີນໜ້າໂຄງການທົດລອງນິວ ເຄຼຍ ແລະ ລູກສອນໄຟ ເພື່ອຕອບໂຕ້ການເປັນປໍລະປັກຂອງອາເມລິກາ. ການເຄື່ອນລະບົບປ້ອງກັນລູກສອນໄຟຂອງກອງທັບອາເມລິກາເຂົ້າມາຕິດຕັ້ງຢູ່…

ຢູໄນເຕັດແອລາຍ ຈ່າຍຄ່າທົດແທນຜູ້ໂດຍສານທີ່ຖືກດຶງຕົວລົງຈາກເຮືອບິນ.

ທ່ານໝໍ​ຈາກ​ລັດ​ເກນ​ຕັກ​ກີ ທີ່​ຖືກ​ດຶງ​ຕົວ​ລົງ​ຈາກ​ເຮືອບິນ​ຂອງ​ສາຍ​ການບິນ​ຢູ​ໄນ​ເຕັດ ​​ໃນຕົ້ນ​ເດືອນ​ນີ້ ​ໄດ້​ຮັບ​ເງິນ​ທົດ​ແທນ​ຈາ​ກສາຍ​ການບິນ​ແລ້ວ. ທະນາຍຄວາມ​ຂອງ​​ທ່ານໝໍ​ເດ​ວິດ ດ່າວ ອາຍຸ 69 ປີ ກ່າວ​ວ່າ: ໜຶ່ງ​ໃນ​ເງື່ອນ​ໄຂ​ການ​ຈ່າຍ​ເງິນ​ທົດ​ແທນ ຄື​ຕ້ອງ​ປິດ​ຈຳນວນ​ເງິນ​ເປັນຄວາມ​ລັບ ​ແລະ ລະບຸ​ວ່າ: ທ່ານ ອໍ​ສກາຣ ມູນ​ອບ ຜູ້​ບໍລິຫານ​ຂອງ​ສາຍ​ການບິນ ກ່າວ​ວ່າ: ທ່ານ​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ…

UAE ເປີດປ້ຳນ້ຳມັນພະລັງງານແສງຕາເວັນແຫ່ງທຳອິດຢູ່ດູໄບ

    ດູ​ໄບ 26 ​ເມສາ: ບໍລິສັດ​ນ້ຳມັນ​ຂອງ​ລັດຖະບານ​ສະຫະ​ນະຄອນ ​ເອ​ເມຣັດ ອາຣັບ (UAE) ​ເປີດ​ປ້ຳນ້ຳມັນ​ພະລັງງານ​ແສງຕາ​ເວັນ​​ເປັນ​ແຫ່ງ​ທຳ​ອິດ​ຂອງ​ປະ​ເທດ​ໃນ​ນະຄອນ​ດ​ູ​ໄບ. ບໍລິສັດ​ນ້ຳມັນ​ແຫ່ງ​ຊາດ​ເອ​ເມຣັດຂອງ​ລັດຖະບານ​ເປີດ​ເຜີຍ​ວ່າ: ​ແຜງ​ໂຊ​ລາ​ເຊ​ວ ​ເຊິ່ງ​ໄດ້​ຮັບ​ການ​ຕິດຕັ້ງຢູ່​ປ້ຳນ້ຳມັນ​ແຫ່ງ​ນີ້ສາມາດ​ຜະລິດ​ກະ​ແສ​ໄຟຟ້າ​ໄດ້​ສູງ​ເຖິງ 120 ກິ​ໂລ​ວັດ​ຕໍ່​ຊົ່ວ​ໂມງ ສູງ​ກວ່າ​ລະດັບ​ພະລັງງານ​ທີ່​ປ້ຳນ້ຳມັນ​ຈຳ​ເປັນ​ຕ້ອງ​ໃຊ້ 30%. ດັ່ງນັ້ນ ກະ​ແສ​ໄຟຟ້າ​ສ່ວນ​ເກີນຈະ​ຖືກ​ສົ່ງ​ກັບ​ໄປ​ລະບົບ​​ເຄືອ​ຂ່າຍ​ໄຟຟ້າ​ຂອງ​ເມືອງ ​ເພື່ອ​ຈ່າຍ​ໃຫ້​ປະຊາຊົນ​ຕໍ່​ໄປ. ສະຫະ​ນະຄອນ…

ເກີດເຫດລະເບີດໃກ້ສະໜາມບິນໃນນະຄອນຫລວງດາມັດກັດຂອງຊີຣີ ຄາດຝີມືກອງທັບອິດສະລາແອນ

      ​ເບຣຸດ 27 ​ເມສາ: ​ເກີດ​ເຫດ​ລະ​ເບີດ​ຮຸນ​ແຮງ​ຈົນ​ໄຟ​ລຸກລາມ​ໄປ​ທົ່ວ​ພື້ນ​ທີ່​ໃກ້​ສະໜາມ​ບິນ​ນາໆ​ຊາດ​ຢູ່​ນະຄອນຫລວງ​ດາ​ມັດ​ກັດ​ຂອງ​ຊີຣີ​ໃນ​ຕອນ​ເຊົ້າວັນ​ທີ 27 ​ເມສາ​ຕາມ​ເວລາ​ທ້ອງ​ຖິ່ນ, ​ແຕ່​ຍັງ​ບໍ່​ສາມາດ​ລະບຸ​ສາ​ເຫດ​ໄດ້. ກຸ່ມ​ສັງ​ເກດ​ການ​ດ້ານ​ສິດທິ​ມະນຸດ​ຢູ່​ຊີຣີ​ເປີດ​ເຜີຍ​ວ່າ: ​ເຫດ​ລະ​ເບີດ​ເກີດ​ຂຶ້ນຢູ່​ບໍລິ​ເວນ​ພາຍ​ນອກ​ຂອງ​ສະໜາມ​ບິນ, ສ່ວນ​ສາ​ເຫດ​ຍັງ​ບໍ່ສາມາດ​ລະບຸ​ໄດ້​ວ່າ​ເກີດ​ຈາກ​ປະຕິບັດ​ການ​ໂຈມ​ຕີ​ທາງ​ອາກາດ ຫລື ພາກພື້ນດິນ. ຂະນະ​ທີ່​ນັກ​ຂ່າວ​ສະຖານີ​ໂທລະພາບ​ອັດ ມາ​ນາຂອງ​ກຸ່ມ​​ເຮັດ​ໂບລາ ກຸ່ມ​ຕິດ​ອາວຸດ​ນິກາຍ​ຊີ​ອະ​ຢູ່​ລີ​ບັງ​ລາຍ​ງານ​ວ່າ: ​ເຫດ​ລະ​ເບີດ​ເກີດ​ຂຶ້ນຢູ່​ສາງ​ເກັບ​ນ້ຳມັນ ​ແລະ ສາງ​ສິນຄ້າ​ໃກ້​ສະໜາມ​ບິນ​ໃນ​ຕອນ​ເຊົ້າວັນ​ທີ 27…

ທຣຳ ເຜີຍກົນລະຍຸດເພີ່ມເພື່ອຂວ້ຳບາດ ສປປ ເກົາຫລີ

ອາ​ເມ​ລິ​ກາ​ກຽມ​ອອກ​ມາດ​ຕະການ​ຂວ້ຳບາດ​ເພີ່ມ​ອີກ ​ແລະ ​ໃຊ້ການ​ທູດ​ກົດ​ດັນ​ໃຫ້ ສປປ ​ເກົາຫລີ ຢຸດ​ໂຄງການ​ພັດທະນາ​ນິວ​ເຄຼຍ ​ແລະ ລູກ​ສອນ​ໄຟ. ກົນລະຍຸດ​ຂອງ​ປະທານາທິບໍດີ ​ໂດ​ນັນ ທຣຳ ຖືກ​ປະກາດ​ພາຍຫລັງ​ການ​ບັນ​ລະ​ຍາຍ​ສະຫລຸບ​ຕໍ່ສະມາຊິກ​ວຸດ​ທິສະພາ​ອາ​ເມ​ລິ​ກາ 100 ຄົນ. ກ່ອນ​ໜ້າ​ນີ້, ຜູ້​ບັນຊາ​ການ​ກອງທັບ​ອາ​ເມ​ລິ​ກາ​ໃນ​ພາກພື້ນປາຊີຟິກ ​ໄດ້​ກ່າວ​ປົກ​ປ້ອງ​ການ​ສົ່ງ​ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ໄປ​ຕິດຕັ້ງຢູ່ ສ.​ເກົາຫລີ ​ໂດຍ​ຄວາມ​ເຄັ່ງ​ຕຶງ​ພວມ​ເພີ່ມ​ຂຶ້ນ ທ່າມກາງ​ຄວາມ​ກັງວົນ​ວ່າ:…

ສະມາຄົມຕະຫລົກຢູ່ອາເມລິກາປະກວດຮຽນແບບທ່ານ ທຣຳ

     ລອສແອນເຈລິສ 27 ເມສາ: ສະມາຄົມຕະຫລົກຢູ່ອາເມລິກາຈັດການປະກວດຮຽນແບບປະທານາທິບໍດີ ໂດນັນ ທຣຳ ຂອງອາເມລິກາ ຜູ້ຊະນະເປັນຊາວລາສເວກັສ ທີ່ຮຽນແບບທ່ານ ທຣຳ ມາແຕ່ປີ 2004. ສະມາຄົມ Laugh Factory ຈັດການປະກວດຢູ່ນະຄອນລອສແອນເຈລິສ ລັດກາລິຟໍເນຍ ໃນວັນທີ 26…

ຢາງກຸ້ງເປີດໃຫ້ບໍລິການເຮືອຕັກຊີແກ້ໄຂບັນຫາລົດຕິດ

    ຢາງກຸ້ງ 27 ເມສາ: ສຳນັກຂ່າວຊິນຮົວຂອງທາງການຈີນລາຍງານໂດຍອ້າງເຈົ້າໜ້າທີ່ຢູ່ມຽນມາລະບຸວ່າ: ໜ່ວຍງານຮັບຜິດຊອບດ້ານການຂົນສົ່ງປະຈຳພາກພື້ນນະຄອນຢາງກຸ້ງກຽມເປີດໃຫ້ບໍລິການເຮືອຕັກຊີເດືອນໜ້າ ຫວັງແກ້ໄຂບັນຫາການຈະລາຈອນແອອັດຢູ່ຖະໜົນ. ເຈົ້າໜ້າທີ່ເປີດເຜີຍວ່າ: ເຮືອດ່ວນຕັກຊີຢູ່ແມ່ນ້ຳຢາງກຸ້ງຈະເລີ່ມເປີດໃຫ້ບໍລິການນັບແຕ່ອາທິດທີ 3 ຂອງເດືອນພຶດສະພາເປັນຕົ້ນໄປ, ພາຍຫລັງທາງການວາງແຜນຈະເປີດໃຫ້ບໍລິການມາແຕ່ເດືອນພະຈິກປີຜ່ານມາ ໂດຍເສັ້ນທາງທີ່ເປີດໃຫ້ບໍລິການຈະເປັນເສັ້ນທາງຮັບ-ສົ່ງຜູ້ໂດຍສານຈາກນອກເມືອງເຂົ້າສູ່ຕົວເມືອງ ເພື່ອອຳນວຍຄວາມສະດວກ ແລະ ຫລີກເວັ້ນສະພາບການສັນຈອນແອອັດ. ນອກຈາກນີ້, ລັດຖະບານທ້ອງຖິ່ນຢູ່ຢາງກຸ້ງຍັງສັ່ງປ່ຽນເສັ້ນທາງລົດໂດຍສານປະຈຳທາງຄັ້ງໃຫຍ່ຈາກ 300 ເສັ້ນທາງ…