ກອງທັບ ມຽນມາ ຈະຈັດການເລືອກຕັ້ງຄືນໃໝ່

ວັນທີ 1 ກຸມພານີ້, ກອງທັບ ມຽນມາ ໃຫ້ຮູ້ວ່າ ຈະມອບໂອນອຳນາດໃຫ້ກັບຝ່າຍຊະນະການເລືອກຕັ້ງ ພາຍຫຼັງ ຄວາມວຸ້ນວາຍໃນພາວະສຸກເສີນ ສະຫງົບລົງ.
ກອງທັບ ມຽນມາ ໃຫ້ຮູ້ວ່າ “ພວກເຮົາຈະປະຕິບັດຄວາມເປັນປະຊາທິປະໄຕຢ່າງແທ້ຈິງ ດ້ວຍຄວາມເປັນທຳ ແລະ ສະເໝີພາບ. ອຳນາດຈະຖືກຖ່າຍໂອນໃຫ້ກັບຜູ້ຊະນະການເລືອກຕັ້ງ ພາຍຫຼັງມີການເລືອກຕັ້ງຄືນໃໝ່ແບບເສລີ, ມີຄວາມສະເໝີພາບ ແລະ ຈະຍົກເລີກພາວະສຸກເສີນ”.
ຕອນເຊົ້າວັນທີ 1 ກຸມພານີ້, ກອງທັບ ມຽນມາ ໄດ້ຈັບກຸມທີ່ປຶກສາແຫ່ງຊາດ ອອງຊານຊູຈີ ແລະ ປະທານາທິບໍດີ Win Myint ພ້ອມກັບ ເຈົ້າໜ້າທີ່ລະດັບສູງຫຼາຍຄົນຂອງພັກກຳອຳນາດ ສຳພັນທະມິດແຫ່ງຊາດ ເພື່ອປະຊາທິປະໄຕຂອງມຽນມາ ທີ່ກອງທັບເຊື່ອວ່າ ມີການສໍ້ໂກງການເລືອກຕັ້ງໃນເດືອນ ພະຈິກ 2020 ທີ່ຜ່ານມາ.
ພັກ NLD ຂອງນາງ ອອງຊານຊູຈິ ອອກປະກາດຮຽກຮ້ອງໃຫ້ປະຊາຊົນອອກມາປະທ້ວງ ແລະ ບໍ່ຍອມຮັບເອົາການລັດຖະປະຫານ ພ້ອມດຽວກັນກ່າວຫາວ່າກອງທັບ ໄດ້ນຳເອົາປະເທດຊາດກັບສູ່ສະໃໝ ການປົກຄອງຈາກກອງທັບ.

