ຮູ້ໄດ້ແນວໃດວ່າລູກສ່ຽງເປັນພະຍາດພູມແພ້ ?

ສາເຫດທີ່ສ່ຽງຕໍ່ການເປັນພະຍາດພູມແພ້ຂອງເດັກ :
- ພະຍາດພູມແພ້ມີສ່ວນທີ່ກ່ຽວຂ້ອງກັບການຖ່າຍທອດຈາກກຳມະພັນ ຖ້າພໍ່ ຫລື ແມ່ເປັນພະຍາດພູມແພ້ຈະເຮັດໃຫ້ລູກມີໂອ ກາດເປັນພະຍາດພູມແພ້ປະມານ 30 – 50%, ແຕ່ຖ້າພໍ່ແມ່ເປັນພະຍາດພູມແພ້ທັງສອງຈະມີຜົນໃຫ້ລູກມີໂອກາດເປັນພະຍາດພູມແພ້ເຖິງ 50 – 70%. ສ່ວນຄອບຄົວທີ່ບໍ່ມີປະຫວັດການເປັນພະຍາດພູມແພ້ ລູກຈະມີໂອກາດເປັນພຽງແຕ່ 10%.
- ການເກີດພະຍາດພູມແພ້ຈາກສິ່ງແວດລ້ອມ ເຊັ່ນ : ມົນລະພິດຂອງອາກາດ, ຂີ້ຝຸ່ນ, ຄັວນ ຫລື ຄວາມບໍ່ສະອາດພາຍໃນບ່ອນ ພັກອາໄສ ແລະ ຈາກສັດລ້ຽງ.
- ເດັກທີ່ເກີດໂດຍວິທີການຜ່າຕັດເກີດຈະມີຄວາມສ່ຽງເປັນພະຍາດພູມແພ້ຫລາຍກ່ວາເດັກທີ່ເກີດໂດຍວິທີທຳມະຊາດ.
- ໃນໄລຍະທີ່ແມ່ຖືພາຫ້າມສູບຢາ ຫລື ເດັກໄດ້ສຳຜັດຄັວນຢາສູບຈາກຄົນອ້ອມຂ້າງ ກໍເປັນຄວາມສ່ຽງເຮັດໃຫ້ເປັນພະຍາດ ພູມແພ້ໃນລະບົບທໍ່ຫາຍໃຈໄດ້.
– ພະຍາດພູມແພ້ມັກເກີດຈາກການຕອບສະໜອງທີ່ໄວເກີນໄປຂອງພູມຕ້ານທານຕໍ່ສິ່ງທີ່ມາສຳຜັດ ຫລື ອາຫານທີ່ກິນເຂົ້າໄປ ຫາກພົບວ່າລູກມີອາການເຫລົ່ານີ້ອາດສະແດງວ່າເປັນພະຍາດພູມແພ້ໄດ້ ເຊັ່ນ :
- ມີຕຸ່ມຜື່ນແພ້, ຜິວໜັງອັກເສບ.
- ຫາຍໃຈມີສຽງຫວືດໆ.
- ມີອາການຫອບຫືດ.
- ແພ້ອາກາດ, ມີນຳ້ມູກໄຫລຊຳ້ເຮື້ອ.
- ຄັນຕາ, ນຳ້ຕາໄຫລຢູ່ຕະຫລອດ.
– ແນວທາງການຫລຸດຄວາມສ່ຽງຕໍ່ພະຍາດພູມແພ້ທີ່ດີທີ່ສຸດ :
- ຄວນລ້ຽງລູກດ້ວຍນົມແມ່ຈົນເຖິງ 6 ດືອນເປັນຢ່າງໜ້ອຍ.
- ຫາກຈຳເປັນຕ້ອງໃຊ້ນົມຝຸ່ນ ຄວນປຶກສາແພດ ເຊິ່ງແພດອາດຈະແນະນຳໃຫ້ໃຊ້ນົມສູດສຳລັບເດັກນ້ອຍທີ່ມີໂປຣຕິນຜ່ານ ການຍ່ອຍໃຫ້ມີຂະໜາດນ້ອຍລົງ ແລະ ມີຜົນວິໄຈທາງການແພດຮັບຮອງ, ການໃຫ້ລູກໄດ້ຮັບໂປຣຕິນໃນໄລຍະທີ່ເໝາະສົມຈະຊ່ວຍຫລຸດຄວາມສ່ຽງຕໍ່ການເກີດພະຍາດພູມແພ້ໄດ້.
- ການຄວບຄຸມສິ່ງແວດລ້ອມອ້ອມໂຕເດັກ ເຊັ່ນ : ການງົດສູບຢານັບແຕ່ໃນໄລຍະຖືພາ ແລະ ຫລີກເວັ້ນຄັວນຢາສູບ, ການເບິ່ງແຍງເຮັດຄວາມສະອາດສິ່ງຂອງເຄື່ອງເຮືອນພາຍໃນເຮືອນໃຫ້ສະອາດ ແລະ ອື່ນໆ.
- ການໃຫ້ລູກກິນອາຫານທີ່ເໝາະສົມໂດຍເລີ່ມໃຫ້ອາຫານເສີມເມື່ອລູກອາຍຸ 6 ເດືອນ ແລະ ສັງເກດວ່າມີການແພ້ອາຫານຊະນິດນັ້ນຫລືບໍ່.
ເນື່ອງຈາກພະຍາດພູມແພ້ຍັງບໍ່ສາມາດແກ້ໄຂສາເຫດການເກີດຈາກທາງກຳມະພັນ ການເບິ່ງແຍງລູກໃນທຸກດ້ານນັບແຕ່ແຮກເກີດຈຶ່ງເປັນເລື່ອງສຳຄັນເພື່ອຫລຸດການເກີດອາການຂອງພະຍາດ, ສ້າງຄວາມແຂງແຮງເພື່ອການເຕີບໃຫຍ່ໃນໄລຍະຍາວ.

