ທ່ານ ສີ ຈິ້ນຜິງ ຊີ້ໂລກຕ້ອງສາມັກຄີ ພວກເອົາຕົວລອດຄົນດຽວມັກລົ້ມເຫລວ

ວັນທີ 25 ມັງກອນ 2021, ສະຖານີຂ່າວ CNBC ລາຍງານການກ່າວຂອງປະທານປະເທດ ສີ ຈິ້ນຜິງ ໃນກອງປະຊຸມປະຈຳປີຂອງ World Economic Forum (WEF) ຢູ່ເມືອງດາວອສ ປະເທດສະວິດເຊີແລນ ທີ່ຮຽກຮ້ອງໃຫ້ບັນດາປະເທດເຮັດວຽກຮ່ວມກັນ, ພ້ອມທັງເຕືອນວ່າ: ປະເທດທີ່ເລືອກປະຕິບັດຢ່າງໂດດດ່ຽວຈະປະສົບຄວາມລົ້ມເຫລວຢູ່ສະເໝີ.
ໃນການກ່າວຜ່ານວິດີໂອຄອນເຟີເຣນ, ທ່ານ ສີ ຈິ້ນຜິງ ກ່າວວ່າ: ຂະນະທີ່ພວກເຮົາກຳລັງຜະເຊີນວິກິດ ແລະ ພະຍາຍາມຈະເຮັດໃຫ້ທຸກຄົນມີຊີວິດການເປັນຢູ່ທີ່ດີຂຶ້ນ, ພວກເຮົາຈຳເປັນຕ້ອງຢືນຄຽງຂ້າງ ແລະ ເຮັດວຽກຮ່ວມກັນ, ຜ່ານມາ ການໃຊ້ນະໂຍບາຍຊຸກຍູ້ເພື່ອນບ້ານໃຫ້ເປັນຢາຈົກ (Beggar thy neighbor), ການປະຕິບັດຢ່າງໂດດດ່ຽວມັກຈະລົ້ມເຫລວຢູ່ສະເໝີ.
ໂດຍຜູ້ນຳຈີນຍັງກ່າວອີກວ່າ: ຂໍໃຫ້ທຸກຝ່າຍຮ່ວມມືກັນ ແລະ ໃຫ້ການເປັນພະຫຸພາຄີນຳທາງພວກເຮົາ ໃຫ້ຢູ່ຮ່ວມກັນໃນຖານະຊຸມຊົນທີ່ໃຫ້ຄວາມສຳຄັນຕໍ່ອະນາຄົດຂອງມະນຸດຊາດຮ່ວມກັນ.
ນອກຈາກທ່ານ ສີ ຈິ້ນຜິງ ແລ້ວ, ໃນກອງປະຊຸມ World Economic Forum ຍັງມີຜູ້ນຳອີກ 19 ປະເທດ ລວມທັງຜູ້ນຳຈາກອົງກອນສາກົນຕ່າງໆ ທີ່ຈະມາກ່າວເຖິງບັນຫາສຳຄັນທີ່ສົ່ງຜົນຕໍ່ໂລກ.

