ວັນ-ເວລາ ທີ່ລັດຖະສະພາ ຈະກ່າວປະນາມໂທດ ທຣຳ

ລາຍງານຂ່າວຈາກຕ່າງປະເທດ ວັນທີ 22 ມັງກອນນີ້ ໃຫ້ຮູ້ວ່າ ການນຳສ່ວນຫຼາຍຂອງພັກ ຣີພັບຣີກັນ ໃນລັດຖະສະພາ ໃຫ້ຮູ້ວ່າ ກອງປະຊຸມກ່າວປະນາມໂທດກຳຂອງ ທຣຳ ຈະເລີ່ມຂຶ້ນໃນເດືອນ ກຸມພາ.

ໃນຄະນະດຽວກັນ ປະທານສະພາຕໍ່າ ຂອງສະຫະລັດ ທ່ານນາງ Nancy Pelosi  ໃຫ້ຮູ້ວ່າ ກອງປະຊຸມກ່າວປະນາມໂທດ ຂອງທຣຳ ຈະມີຂຶ້ນໃນໄວໆນີ້. ທ່ານກ່າວວ່າ “ທຣຳ ບໍ່ສົມຄວນທີ່ຈະຖືກຍົກເວັ້ນໂທດ ເມື່ອເຂົາອອກຈາກ ທຳນຽບຂາວໄປແລ້ວກໍຕາມ ແລະ ປະທານາທິບໍດີ ໂຈໄບເດັນ ພ້ອມກັບຄົນອື່ນໆ ຫຼາຍຄົນ ຮຽກຮ້ອງໃຫ້ມີຄວາມສາມັກຄີຮ່ວແຮງກັນທົ່ວທັງປະເທດ. ຈະເປັນໄພທີ່ໃຫ່ຍຫຼວງຕໍ່ຄວາມສາມັກຄີ ຖ້າພວກເຮົາຫາກລືມຜູ້ເສຍຊີວິດໃນວັນທີ 6 ມັງກອນຜ່ານມາ, ກໍເຊັ່ນດຽວກັນເຮັດໃຫ້ລັດຖະທຳມະມູນຂອງສະຫະລັດ ຖືກມົວໝອງ”

ຄຳຮຽກຮ້ອງ ກ່າວປະນາມໂທດຂອງ ທຣຳ ມີຂຶ້ນພາຍລັງ ທຣຳ ເຂົ້າຮ່ວມການປະທ້ວງ ແລະ ກໍ່ການຈາລະຈົນ ທີ່ຫໍລັດຖະສະພາໃນວັນທີ 6 ມັງກອນ ທີ່ຜ່ານມາ ຊື່ງທຣຳ ໄດ້ຮຽກຮ້ອງໃຫ້ຜູ້ປະທ້ວງ ບຸກເຂົ້າໄປໃນລັດຖະສະພາ ທີ່ກຳລັງມີການປະຊຸມຕັດສິນຜົນການເລືອກຕັ້ງປະທານາທິບໍດີປີ 2020 ຢ່າງເປັນທາງການ.