ບິວເກດ ຄອບຄອງດິນກະສິກຳຫຼາຍທີ່ສຸດໃນສະຫະລັດອາເມລິກາ

ສຳນັກຂ່າວ The Land Report ລາຍງານເມື່ອວັນທີ 17 ມັງກອນນີ້ ໃຫ້ຮູ້ວ່າ ບິວເກດ ເສດຖີເງິນຕື້ ອັນດັບ 4 ຂອງໂລກ, ມີມູນຄ່າຊັບສິນເກືອບ 121 ຕື້ໂດລາ ແລະ ເມຍຂອງເຂົາຊື່ Melinda Gates ກຳລັງເປັນເຈົ້າກຳມະສິດທີ່ດິນກະສິກຳທີ່ອຸດົມສົມບູນໃນ 18 ລັດ. ລັດທີ່ຫຼາຍທີ່ສຸດລວມມີ: Louisiana (ປະມານ 28.000 ha), Arkansas (ຫຼາຍກວ່າ 19.300 ha) ແລະ Nebraska (ຫຼາຍກວ່າ 8.300 ha).
ບົດລາຍງານຂອງ Arizona ໃນປີ 2017 ໃຫ້ຮູ້ວ່າ ມີປະມານ 10.000 ເຮັກຕາທີ່ຢູ່ໃກ້ກັບ Phoenix ທີ່ Cascade Investment ຊື້ນັ້ນ, ໄດ້ກາຍເປັນສະຖານທີ່ປຸກສ້າງເຮືອນ 80.000 ຫຼັງ, 1.600 ເຮັກຕາ ສ້າງໂຮງຮຽນ, ຫ້ອງການ ແລະ ຮ້ານຄ້າ ແລະ ເກືອບ 1.400 ເຮັກຕາ ເປັນດິນເປົ່າຫວ່າງ.
ປີ 2017 ບິວເກດ ພ້ອມກັບພັນລະຍາຂອງເຂົາ ໃຫ້ຄຳສັນຍາວ່າ ຈະອູດໜູນ 300 ລ້ານໂດລາໃຫ້ກັບໂຄງການຄົ້ນຄວ້າຊ່ວຍໃຫ້ຊາວກະສິກອນທີ່ມີລາຍຮັບຕໍ່າໃນອາຊີ ແລະ ແອຟຣິກກາ ສາມາດຮັບມືກັບການປ່ຽນແປງດິນຟ້າອາກາດພາຍໄດ້ພາຍໃນ 3 ປີ.
ຫຼັງຈາກນັ້ນ 5 ປີ, ບິວເກດປະກາດວ່າ ຈະລົງທຶນ 40 ລ້ານໂດລາ ເຂົ້າໃນການຄົ້ນຄວ້າແນວພັນໄກ່ໄຂ່ທີ່ມີຄຸນນະພາບ ແລະ ແນວພັນງົວ ທີ່ໃຫ້ນໍ້ານົມຄຸນນະພາບສູງ ໃຫ້ກັບບັນດາຟາມລ້ຽງງົວໃນ ອາຊີ ແລະ ແອຟຣິກກາ.
The Land Report ໃຫ້ຮູ້ເພີ່ມຕື່ມວ່າ ເຖິງແມ່ນວ່າ ບິວເກດ ຈະມີດິນກະສິກຳຫຼາຍທີ່ສຸດໃນສະຫະລັດກໍຕາມ ແຕ່ເຂົາກໍຍັງເປັນຮອງ ຜູ້ທີ່ຄອບຄອງດິນຫຼາຍທີ່ສຸດໃນປະເທດນີ້. ໜຶ່ງໃນຈຳນວນ 100 ຄົນທີ່ມີດິນຫຼາຍທີ່ສຸດໃນປີ 2019 ແມ່ນ John Malone ຊຶ່ງເປັນນັກມະນຸດສະທຳສົ່ງເຄາະ, ຄອບຄອງດິນທຸກປະເພດເຖິງ 890.000 ເຮັກຕາ.

