ເກີດເຫດໄຟໄໝ້ຫ້ອງແຖວ ຢູ່ບ້ານໂນນຂີ້ເຫລັກ ເມືອງສີໂຄດຕະບອງ

ເຈົ້າໜ້າທີ່ຕຳຫລວດສະກັດກັ້ນ ແລະ ມອດໄຟ ນະຄອນຫລວງວຽງຈັນ ລາຍງານໃຫ້ຮູ້ວ່າ: ໃນເວລາ 23:07 ໂມງ ຂອງວັນທີ 17 ມັງກອນນີ້ ໄດ້ເກີດເຫດໄຟໄໝ້ລຸກລາມຫ້ອງແຖວ 3 ຫ້ອງ ຢູ່ບ້ານໂນນຂີ້ເຫລັກ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ, ໃນເບື້ອງຕົ້ນໄດ້ສົມທົບກັບໜ່ວຍກູ້ໄພມູນນິທິຈີນ 1628 ເຂົ້າສະກັດກັ້ນ ແລະ ດັບມອດໄຟໄວ້ໄດ້ ໂດຍໃຊ້ເວລາ ປະມານ 20 ນາທີ. ສວນສາເຫດ ແລະ ຄວາມເສຍຫາຍທາງເຈົ້າໜ້າພວມສືບສວນ-ສອບສວນ.

