ທຣຳ ເກີດໃຈຮ້າຍ ເມື່ອ Ivanka ມີແຜນຈະເຂົ້າຮ່ວມພິທີສາບານຕົວຮັບຕຳແໜ່ງຂອງ ໂຈໄບເດັນ

ລາຍງານຂ່າວຈາກປະເທດ ວັນທີ 14 ມັງກອນນີ້ ໃຫ້ຮູ້ວ້າ ທຣຳເກີດໃຈຮ້າຍໃຫ້ຜົວ-ເມຍ Ivanka ທີ່ມີແຜນຈະເຂົ້າຮ່ວມພິທີສາບານຕົວຮັບຕຳແໜ່ງຂອງໄບເດັນ, ເຖິງແມ່ນເຂົາປະກາດແລ້ວວ່າຈະບໍ່ເຂົ້າຮ່ວມງານດັ່ງກ່າວ.
ແຫຼ່ງຂ່າວຈາກສະມາຊິກພັກ ລີພັບຣີກັນ ທີ່ບໍ່ປະສົງອອກນາມຄົນໜຶ່ງ ໃຫ້ຮູ້ວ່າ ທຣຳ ແລະ ສະມາຊິກໃນຄອບຄົວ ກໍຄືພັນທະມິດເກົ່າ ຂອງ ທຣຳ ພາຍຫຼັງເຫດການກໍ່ຈາລະຈົນ ເມື່ອວັນທີ 6 ມັງກອນ ຢູ່ທີ່ຫໍລັດຖະສະພາ ໃນອາທິດທີ່ຜ່ານມາ ໄດ້ຫັນໜ້າໄປຄົນລະທິດກັບ ທຣຳ, ຍັງແຕ່ລູກຊາຍຜູ້ໃຫ່ຍ Eric Trump ແລະ Donald Trump Jr ຍັງເວົ້າລົມກັບພໍ່ເທົ່ານັ້ນ.
ວັນທີ 8 ມັງກອນຜ່ານມາ ທຣຳ ປະກາດຢ່າງເປັນທາງການວ່າ ຈະບໍ່ເຂົ້າຮ່ວມງານສະບານຕົວຮັບຕຳແໜ່ງຂອງໄບເດັນ, ແຕ່ໃນຂະນະດຽວ Ivanka ລູກສາວ ຄົນດຽວ ຂອງ ທຣຳ, ວັນທີ 12 ມັງກອນ ໄດ້ມີໜ້າຢູ່ໃນນະຄອນ ນິວຢອກ ເພື່ອກະກຽມເຂົ້າຮ່ວມງານສະບານຕົວຮັບຕຳແໜ່ງຂອງໄບເດັນ ທີ່ຈະຈັດຂຶ້ນໃນວັນທີ 20 ມັງກອນນີ້.
Ivanka ກ່າວວ່າ: “ຍ້ອນວ່າມີຄວາມເປັນຫ່ວງນຳອະນາຄົດທາງການເມືອງຂອງຕົນ ຈະພົບກັບຄວາມຫຍຸ້ງຍາກໃນຕໍ່ໜ້າ ຈຶ່ງເຮັດທຸກສິ່ງ ທຸກຢ່າງ ເພື່ອກອບກູ້ເອົາຊື່ສຽງໄວ້”. ແຜນການຂອງ Ivanka ໄດ້ເຮັດໃຫ້ ທຣຳ ເກີດຄວາມໃຈຮ້າຍ ກັບລູກສາວຂຶ້ນມາທັນທີ.

