ທ່ານ Duterte ປະທານາທິບໍດີ ຟີລິບປິນ ກ່າວວ່າ: ຕັ່ງປະທານາທິບໍດີ ບໍ່ແມ່ນໄວ້ໃຫ້ຜູ້ຍິງ

ສຳນັກໜັງສືພິມ Rappler ລາຍງານເມື່ອວັນທີ 14 ມັງກອນນີ້ ໂດຍອ້າງຄຳຖະແຫຼງການຂອງປະທານາທິບໍດີ ຟີລິບປິນ Rodrigo Duterte ວ່າ ຕຳແໜ່ງປະທານາທິບໍດີ ບໍ່ມີໄວ້ໃຫ້ກັບຜູ້ຍິງ, ຂ້າພະເຈົ້າເຕືອນລູກສາວວ່າ ບໍ່ຄວນລົງຊີງຕຳແໜ່ງປະທານາທິບໍດີໃນປີ 2022. ຂະນະນີ້ ລູກສາວ Sara Duterte ຂອງເຂົາກຳລັງດຳລົງຕຳແໜ່ງເປັນເຈົ້າຄອງນະຄອນ Davao.

         ທ່ານກ່າວວ່າ “ລູກສາວຂ້າພະເຈົ້າຈະບໍ່ລົງຊີງຕຳແໜ່ງປະທານາທິບໍດີ ເພາະຂ້າພະເຈົ້າອີດູຕົນລູກ ຢ້ານເຂົາຫາກປະເຊີນກັບສິ່ງທີ່ຂ້ອຍໄດ້ຜ່ານມາແລ້ວ. ຕຳແໜ່ງປະທານາທິບໍດີ ບໍ່ແມ່ນມີໄວ້ໃຫ້ຜູ້ຍິງ”

         ແຕ່ໃນຄວາມເປັນຈິງແລ້ວ, ກ່ອນສະໄໝມຂອງທ່ານ  Duterte, ຟີລິບປິນ ໄດ້ມີປະທານາທິບໍດີເປັນຜູ້ຍິງ 2 ຄົນມາກ່ອນ, ນັ້ນກໍຄື: Gloria Macapagal-Arroyo ແລະ Corazon Aquino.