ສະພາຜູ້ແທນປະຊາຊົນອາເມລິກາລົງມະຕິຖອດຖອນ ທຣຳ ຮອບສອງ ຄົນທຳອິດໃນປະຫວັດສາດການເມືອງອາເມລິກາ

ໃນວັນທີ 14 ມັງກອນ, ສະພາຜູ້ແທນປະຊາຊົນອາເມລິກາ ລົງມະຕິ 232 ຕໍ່ 197 ສຽງໃຫ້ມີການສືບສວນຄວາມຜິດ ເພື່ອຖອດຖອນປະທານາທິບໍດີ ໂດນັລ ທຣຳ ອອກຈາກຕຳແໜ່ງ ໃນຂໍ້ຫາຍຸຍົງຈົນກໍ່ໃຫ້ເກີດການຈະລາຈົນຂຶ້ນ ຫລັງເກີດເຫດກຸ່ມຜູ້ສະໜັບສະໜູນ ທຣຳ ບຸກເຂົ້າລັດຖະສະພາອາເມລິກາ ເມື່ອອາທິດຜ່ານມາ. ຖືເປັນປະທານາທິບໍດີຄົນທຳອິດໃນປະຫວັດສາດການເມືອງອາເມລິກາທີ່ໄດ້ຮັບການລົງມະຕິຖອດຖອນເຖິງສອງຄັ້ງ ພ້ອມຖືກຕັ້ງຂໍ້ຫາອາດຊະຍາກຳໂດຍສະພາຄອງເກຣດ ໂດຍທ່ານ ທຣຳ ຈະໄດ້ຮັບການສືບສວນຈາກວຸດທິສະພາຕໍ່ຈາກນີ້ ຖ້າພົບຄວາມຜິດແທ້ ທ່ານຕ້ອງກ້າວລົງຈາກຕຳແໜ່ງຜູ້ນຳອາເມລິກາ.

