ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳອູ 7 ເລີ່ມຟື້ນຟູຊີວິດການເປັນຢູ່ໃຫ້ປະຊາຊົນທີ່ຖືກຜົນກະທົບ

ຜູ້ພັດທະນາໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳອູ 7 ແລະ ພາກສ່ວນທີ່ກ່ຽວຂ້ອງຈະເລີ່ມຟື້ນຟູຊີວິດການເປັນຢູ່ໃຫ້ປະຊາຊົນທີ່ຖືກຜົນກະທົບຈາກໂຄງການ ນັບແຕ່ວັນທີ 1 ມັງກອນ 2021 ນີ້ເປັນຕົ້ນໄປ ເຊິ່ງລວມມີບ້ານສົມມີໄຊ (ຕາຕຸງ), ບ້ານຈະເລີນ ແລະ ບ້ານໄຊທອງ (ສົບກັ້ງ) ເມືອງ ແລະ ແຂວງຜົ້ງສາລີ, ມີປະຊາຊົນທີ່ໄດ້ຮັບຜົນກະທົບທັງໝົດ 1.400 ກວ່າຄົນໃນ 222 ຄອບຄົວ, ໃນນັ້ນ ບ້ານສົມມີໄຊ ມີ 77 ຄອບຄົວ, ບ້ານຈະເລີນ ມີ 68 ຄອບຄົວ ແລະ ບ້ານໄຊທອງ ມີ 77 ຄອບຄົວ.
ທ່ານ ສຸລິຍາ ແສງດາລາ ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຜົ້ງສາລີ, ທັງເປັນຫົວໜ້າໜ່ວຍງານຈັດສັນຍົກຍ້າຍປະຊາຊົນທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳອູ 4 ແລະ ນໍ້າອູ 7 ໃຫ້ຮູ້ວ່າ: ໃນການຟື້ນຟູຊີວິດການເປັນຢູ່ໃຫ້ປະຊາຊົນຈະເລັ່ງໃສ່ຈັດສັນທີ່ດິນການຜະລິດກະສິກຳ, ແນະນຳເຕັກນິກໃນການປູກຝັງ, ລ້ຽງສັດ ແລະ ການປະມົງ ລວມທັງສະໜອງທຶນ ແລະ ແນວພັນຕ່າງໆ ຊຶ່ງໃນເບື້ອງຕົ້ນຈະໄດ້ສະໜອງອຸປະກອນເພື່ອຮັບໃຊ້ສຳລັບຂະແໜງການບໍລິການ ເຊິ່ງປະຊາຊົນສາມາດຄັດເລືອກອາຊີບຕ່າງໆຕາມທີ່ຕົນເອງມັກ ແລະ ມີຄວາມຊໍານານໃນ 3 ຂະແໜງການຄື: ກະສິກໍາ, ປະມົງ ແລະ ການບໍລິການ ເພື່ອແນໃສ່ເຮັດໃຫ້ປະຊາຊົນທີ່ຖືກຜົນກະທົບມີລາຍຮັບເພື່ອນຳມາປັບປຸງຊີວິດການເປັນຢູ່ຂອງຕົນໃຫ້ດີຂຶ້ນຢ່າງຕໍ່ເນື່ອງ.
ພ້ອມນີ້ ອຳນາດການປົກຄອງທ້ອງຖິ່ນກໍໄດ້ເນັ້ນໃຫ້ຜູ້ພັດທະນາໂຄງການໄດ້ສຸມທຶນຮອນເຂົ້າຊ່ວຍຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນຜູ້ໄດ້ຮັບຜົນກະທົບດັ່ງກ່າວຕາມທ່າແຮງບົ່ມຊ້ອນຂອງບ້ານ ແລະ ຮຽກຮ້ອງໃຫ້ປະຊາຊົນກໍຕ້ອງມີຫລັກໝັ້ນທາງດ້ານການເມືອງ, ປະຕິບັດຕາມແນວທາງຂອງພັກ-ລັດໃນການພັດທະນາ ແລະ ຮ່ວມມືຢ່າງສະໜິດແໜ້ນກັບທາງໂຄງການ ພ້ອມກັນສຸມໃສ່ພັດທະນາຊີວິດການເປັນຢູ່ຂອງຕົນໃຫ້ດີຂຶ້ນ ເພື່ອສາມາດຫລຸດພົ້ນອອກຈາກຄວາມທຸກຍາກໄດ້ເທື່ອລະກ້າວ.



