ເອີຣົບ ແລະ ອັງກິດສາມາດບັນລຸຂໍ້ຕົກລົງການຄ້າຮ່ວມກັນ ພາຍຫຼັງ ອັງກິດຖອນຕົວອອກຈາກ ສະຫະພາບ ເອີຣົບ

ວັນທີ 24 ທັນວານີ້, ອັງກິດ ແລະ ສະຫະພັນເອີຣົບ ໄດ້ບັນລຸຂໍ້ຕົກລົງການຄ້າເສລີນຳກັນ ເປັນປະຫວັດການ ພາຍຫຼັງ ອັງກິດ ຖອນຕົວອອກຈາກສະຫະພັນເອີຣົບ.
ການທີ່ຈະບັນລຸຂໍ້ຕົກລົງດັ່ງກ່າວໄດ້ ມັນໄດ້ຜ່ານເສັ້ນທາງທີ່ລະອິດລະອ້ຽວ ແຕ່ໃນທີ່ສຸດກໍມີຜົນສຳເລັດທີ່ຈົບງາມ, ມີຄວາມຖືກຕ້ອງ ແລະ ສະເໝີພາບໃຫ້ທັງສອງຝ່າຍ – ທ່ານນາງ Leyen ກ່າວ.
ທ່ານນາງ Ursula von der Leyen ປະທານຄະນະກຳມະການ ເອີຣົບ ກ່າວຢໍ້າວ່າ: ສະຫະພັນເອີຣົບ ຈະສືບຕໍ່ຮ່ວມມືກັບອັງກິດໃນທຸກຂົງເຂດວຽກງານ ແລະ ຈະຖືອັງກິດເປັນປະເທດຄູ່ຮ່ວມມືທີ່ໄວ້ວາງໃຈ.

