ອາເຈນຕິນາເປັນປະເທດທຳອິດໃນອາເມລິກາລາຕິນທີ່ອະນຸມັດນຳໃຊ້ ວັກຊີນຕ້ານໂຄວິດ-19 Sputnik V ຂອງຣັດເຊຍ ເປັນກໍລະນີສຸກເສີນ

ວັນທີ 21 ທັນວາ, ທະວິດເຕີຂອງວັກຊີນຕ້ານໂຄວິດ-19 Sputnik V ທີ່ເບິ່ງແຍງໂດຍກອງທຶນ RDIF ຂອງລັດຖະບານຣັດເຊຍເປີດເຜີຍວ່າ: ອາເຈນຕິນາເປັນປະເທດທຳອິດໃນອາເມລິກາລາຕິນທີ່ອະນຸມັດນຳໃຊ້ວັກຊີນຕ້ານໂຄວິດ-19 Sputnik V ເປັນກໍລະນີສຸກເສີນ ຫລັງໜ່ວຍງານທີ່ຮັບຜິດຊອບຄື ANMAT ຮັບຮອງ ແລະ ຂຶ້ນທະບຽນວັກຊີນດັ່ງກ່າວ ໂດຍພິຈາລະນາຈາກຜົນການທົດລອງວັກຊີນໃນມະນຸດໄລຍະທີ 3 ໃນຣັດເຊຍເປັນຫລັກ ເຖິງວ່າຈະມີການທົດລອງຢູ່ສະຫະລັດອາຣັບເອມິເຣດ, ອິນເດຍ, ເວເນຊູເອລາ ແລະ ເບລາຣຸສນຳກໍຕາມ ເຊິ່ງມີປະສິດທິພາບໃນການຕ້ານໂຄວິດ-19 ສູງເຖິງ 91,4%.
ທ່ານ ກີເນສ ກອນຊາເລດ ກາຣຊີອາ ລັດຖະມົນຕີສາທາລະນະສຸກຂອງອາເຈນຕິນາ ກ່າວວ່າ: ເຮືອບິນບັນທຸກສິນຄ້າໄດ້ເດີນທາງເຖິງນະຄອນຫລວງມົດສະກູແລ້ວ ແລະ ຈະຂົນສົ່ງວັກຊີນ Sputnik V ຊຸດທຳອິດປະມານ 3 ແສນໂດສ ກັບອາເຈນຕິນາໂດຍໄວທີ່ສຸດ ກ່ອນທາງການຈະຈັດສັນ ແລະ ແຈກຢາຍໄປໃຫ້ພື້ນທີ່ຕ່າງໆທົ່ວປະເທດ ໂດຍສັ່ງຈອງວັກຊີນ Sputnik V ທັງໝົດ 25 ລ້ານໂດສ.
ນອກຈາກອາເຈນຕິນາແລ້ວ, ອິນເດຍສັ່ງຈອງວັກຊີນຈາກຣັດເຊຍທັງໝົດ 100 ລ້ານໂດສ ແລະ ມີແຜນຜະລິດວັກຊີນນີ້ເອງ ໂດຍບໍລິສັດຢາຍັກໃຫຍ່ຂອງອິນເດຍຄື Hetero ອີກ 100 ລ້ານໂດສ. ບຣາຊິລຈັ່ງຈອງ 50 ລ້ານໂດສ, ອຸດເບກິດສະຖານສັ່ງຈອງ 35 ລ້ານໂດສ, ເມັກຊິກ 32 ລ້ານໂດສ, ເອຢິບ ແລະ ເນປານ 25 ລ້ານໂດສ, ເວເນຊູເອລາ 10 ລ້ານໂດສ ແລະ ກາຊັກສະຖານອີກປະມານ 4 ລ້ານໂດສ.

