ເບຍລາວ ມອບທຶນແກ່ນັກສຶກສາຂັ້ນມະວິທະຍາໄລ ແລະ ວິທະຍາໄລ ທີ່ມີຜົນການຮຽນດີ-ຮຽນເກັ່ງ ແຕ່ຂາດເຂີນ ທຶນຮອນ 330 ຄົນຕໍ່ປີ

ບໍລິສັດເບຍລາວຈຳກັດ ເປັນບໍລິສັດທີ່ໃຫ້ຄວາມສຳຄັນໃນການ ຊູກຍູ້ຊ່ວຍເຫລືອສັງຄົມ ໂດຍສະເພາະແມ່ນການມີສ່ວນຮ່ວມໃນວຽກງານສົ່ງເສີມການຮັກສາຮີດຄອງປະເພນີອັນດີງາມຂອງຊາດ, ຊຸກຍູ້ອຸປະຖໍາສະຖາບັນການສຶກສາ, ຮັກສາສິ່ງແວດລ້ອມ, ວຽກງານກິລາ, ສາທາລະນະສຸກ, ໂດຍສະເພາະແມ່ນວຽກງານສົ່ງເສີມການສຶກສາ ໃຫ້ຄົນລາວເປັນຄົນທີ່ມີຄວາມຮູ້ຄວາມສາມາດ ຄຽງຄູ່ກັບການພັດທະນາປະເທດຊາດໃຫ້ນັບມື້ເຕີບໃຫຍ່ທຽບເທົ່າກັບສາກົນ.

ເພື່ອປະກອບສ່ວນໃນການສ້າງບຸກຄະລາກອນໃຫ້ມີຄວາມຮູ້ ຄວາມສາມາດ ທັງປະລິມານ ແລະຄຸນະພາບ ເພື່ອກຽມຮັບໃຊ້ສັງຄົມ ເປັນຂໍກຸນແຈໃນການສ້າງສາເສດຖະກິດໂດຍລວມ ມີສ່ວນ​ຮ່ວມໃນ​ການ​ສະ​ໜັບ​ສະ​ໜູນແຜນພັດ​ທະ​ນາບຸກ​ຄະ​ລາ​ກອນຂອງ ຊາດ ທີ່ສອດຄ່ອງກັບແນວທາງ ຂອງ ພັກ ແລະ ລັດຖະບານ.

ໃຫ້​ໂອ​ກາດ ແກ່​ນັກ​ສຶກ​ສາລະ​ດັບມະ​ຫາ​ວິ​ທະ​ຍາ​ໄລ ແລະ ວິ​ທະ​ຍາ​ໄລຄູ ທີ່​ຮຽນ​ເກັ່ງ, ຮຽນ​ດີ ແຕ່​ມີ​ຄວາມ​ຂາດ​ເຂີນ ​ທາງ​ດ້ານ ​ທຶນ​ຮອນ.

ໃນແຕ່ແລະປີ ມີນັກສຶກສາຈາກ 07 ສະຖາບັນ ລວມທັງໝົດ ຈຳນວນ 330 ຄົນ ໄດ້ຮັບທຶນຈາກ ບໍລິສັດ ເບຍລາວ ຈຳກັດຄື: ມະຫາວິທະຍາໄລແຫ່ງຊາດ 120 ຄົນ, ມະຫາວິທະຍາໄລສຸພານຸວົງ 55 ຄົນ, ມະຫາວິທະຍາໄລຈຳປາສັກ 40 ຄົນ, ມະຫາວິທະຍາໄລສະຫວັນນະເຂດ 45 ຄົນ, ສະຖາບັນວິຈິດສິນແຫ່ງຊາດ 30 ຄົນ, ວິທະຍາໄລຄູສະຫວັນນະເຂດ 20​ຄົນ ແລະ ວິທະຍາໄລຄູປາກເຊ 20 ຄົນ.

ໂຄງການ ໃຫ້ທຶນການສຶກສາແກ່ນັກສຶກສາ ຮຽນດີ-ຮຽນເກັ່ງ ແຕ່​ມີ​ຄວາມ​ຂາດ​ເຂີນ ​ທາງ​ດ້ານ ​ທຶນ​ຮອນ ບໍລິສັດເບຍລາວ ໄດ້ ໃຫ້ການສະໜັບສະໜູນນັບແຕ່ສົກປີ 2010-2011 ເປັນຕົ້້ນມາ ແລະ ມາເຖິງສົກປີ 2020-2021 ເຊີ່ງເປັນປີ ທີ່ 11 ແລະ ມີຈຳນວນນັັກສຶກສາທີ່ໄດ້ຮັບທຶນທັງໝົດ 3.054 ຄົນ ລວມມູນຄ່າ 8,7 ຕື້ກີບ.

ບໍລິສັດເບຍລາວຢູ່ຄຽງຄູ່ກັບສັງຄົມລາວ, ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກສັງຄົມຕະຫລອດມາ ເຖິງແມ່ນວ່າທຶນທີ່ບໍລິສັດໄດ້ແບ່ງປັນໃຫ້ນ້ອງນັກສຶກສາອາດບໍ່ຫລາຍເທົ່າທີ່ຄວນ ແຕ່ເປັນຄວາມມຸ່ງຫມັ້ນແລະຕັ້ງໃຈຂອງຜູ້ບໍລິຫານ ແລະ ພະນັກງານ ກໍຄືບໍລິສັດເບຍລາວ ຕອບແທນສັງຄົມດ້ວຍຄວາມຮັບຜິດຊອບ.