ຮອງປະທານປະເທດເນັ້ນໃຫ້ຄະນະພັກກະຊວງສາທາລະນະສຸກຊຸດໃໝ່ເອົາໃຈໃສ່ປະຕິບັດວິໄສທັດ 5 ດີ 1 ພໍໃຈ

ໃນໂອກາດກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກກະຊວງສາທາລະນະສຸກຄັ້ງທີ IX ທີ່ໄດ້ປິດລົງຢ່າງເປັນທາງການ ໃນວັນທີ 4 ທັນວານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ສະຫາຍ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ໄດ້ໂອ້ລົມ ແລະໃຫ້ທິດຊີ້ນໍາ ໂດຍໄດ້ເນັ້ນໃຫ້ຄະນະພັກຊຸດໃໝ່ຂອງກະຊວງສາທາລະນະສຸກຈົ່ງເອົາໃຈໃສ່ປັບປຸງກົນໄກການບໍລິຫານໂຮງໝໍໃຫ້ດີກວ່າເກົ່າ, ສືບຕໍ່ປັບປຸງ, ປະຕິຮູບລະບົບສາທາລະນະສຸກ ເຂົ້າສູ່ລວງເລິກ ສິ່ງສໍາຄັນແມ່ນປັບປຸງ ການບໍລິການສາທາລະນະສຸກ, ການກໍ່ສ້າງພະນັກງານແພດໝໍ, ເພື່ອກອບກູ້ຄວາມເຊື່ອໝັ້ນຂອງປະຊາຊົນ.

ພ້ອມນັ້ນຕ້ອງປະຕິບັດວິໄສທັດ 5 ດີ, 1 ພໍໃຈ ຂອງກະຊວງສາທາລະນະສຸກໃຫ້ໄດ້ ຄື: ຮັບຕ້ອນດີ, ສະອາດດີ, ສະດວກດີ, ບົ່ງມະຕິພະຍາດດີ ແລະປິ່ນປົວດີ. ນັ້ນແມ່ນຕິດພັນ ແລະ ພົວພັນ ໂດຍກົງກັບບົດບາດການນໍາພາ-ຊີ້ນໍາທີ່ເປັນເອກະພາບ ແລະ ສາມັກຄີກັນຢ່າງແໜ້ນແຟ້ນຂອງຄະນະພັກຊຸດໃໝ່ ທັງຄວາມສາມັກຄີທີ່ເປັນມູນເຊື້ອພາຍໃນຄະນະພັກ ແລະ ລະຫວ່າງຄະນະພັກແຕ່ລະຂັ້ນກັບສະມາຊິກພັກ-ພະນັກງານ ຕະຫລອດຮອດພະນັກງານອາວຸໂສບໍານານເພື່ອພ້ອມກັນບັນລຸເປົ້າ ໝາຍລວມຂອງຂະແໜງສາທາລະນະສຸກ ທີ່ໄດ້ກໍານົດໄວ້ໃນມະຕິກອງປະຊຸມໃຫ່ຍຂອງ ອົງຄະນະພັກ ກະຊວງສາທາລະນະສຸກ.
ຈົ່ງສືບຕໍ່ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກແລະແບບແຜນນໍາພາຂອງພັກ ຕາມຫລັກການລວມສູນປະຊາທິປະໄຕຂອງພັກແທ້; ເອົາໃຈໃສ່ກໍ່ສ້າງພະນັກງານນໍາພາຄຸ້ມຄອງຂະແໜງ ສາທາລະນະສຸກໃຫ້ໄປຕາມແນວທາງການຈັດຕັ້ງຂອງພັກ ແລະ ໃນຕໍ່ໜ້າໃຫ້ສືບຕໍ່ກໍ່ສ້າງພັກ-ພະນັກງານໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ສືບຕໍ່ຍົກສູງລະດັບຄວາມຮູ້ ແລະ ຄວາມສາມາດນໍາພາໃນຂະບວນການວຽກງານຕົວຈິງໃຫ້ສູງຂຶ້ນໃຫ້ສາມາດເປັນຫລັກແຫລ່ງນໍາພາຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ XI ຂອງພັກ ໃນຕໍ່ໜ້າ ແລະ ມະຕິກອງປະຊຸມໃຫ່ຍ ຄັ້ງທີ IX ຂອງອົງຄະນະພັກກະຊວງສາທາລະນະສຸກ ໃຫ້ເຂົ້າສູ່ຊີວິດຕົວຈິງ ແລະມີໝາກຜົນນັບມື້ສູງຂຶ້ນ.

